Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:11 - ພຣະຄຳພີສັກສິ

11 ສຸດທີ່ຮັກ​ເອີຍ ເມື່ອ​ຈູບ​ນ້ອງ ກໍ​ມີ​ຣົດ​ນໍ້າເຜິ້ງ​ທີ່​ຮີມສົບ ລີ້ນ​ນ້ອງ​ເປັນ​ນໍ້ານົມ​ແລະ​ນໍ້າເຜິ້ງ​ສຳລັບ​ອ້າຍ. ເຄື່ອງນຸ່ງ​ທຸກໆ​ໂຕ​ທີ່​ນ້ອງ​ນາງ​ນຸ່ງ​ຖື ກໍ​ຄື​ກິ່ນ​ຫອມ​ຢາງໄມ້​ຈາກ​ເລບານອນ​ທັງສິ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 4:11
19 Jak'a apnaqawi uñst'ayäwi  

ພໍ​ລາວ​ຫຍັບ​ເຂົ້າ​ໄປ​ຈູບ​ພໍ່​ຂອງຕົນ ອີຊາກ​ກໍໄດ້​ກິ່ນ​ເຄື່ອງນຸ່ງ​ຂອງ​ເອຊາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ອວຍພອນ​ລາວ​ວ່າ, “ກິ່ນ​ຫອມ​ລູກຊາຍ​ຂອງຂ້ອຍ​ນີ້ ຄື​ກິ່ນ​ທີ່​ມາ​ຈາກ​ທົ່ງນາ ທີ່​ພຣະເຈົ້າຢາເວ​ສົ່ງ​ພອນ​ລົງ​ມາ​ໃຫ້.


ເປັນ​ສິ່ງ​ທີ່​ປາຖະໜາ​ຫລາຍກວ່າ​ຄຳ​ບໍຣິສຸດ ມັນ​ຫວານຊື່ນ​ຫລາຍກວ່າ​ຢອດ​ນໍ້າເຜິ້ງ​ທີ່​ຍ້ອຍ​ລົງ​ຈາກ​ຮັງ.


ກິ່ນ​ຢາງໄມ້​ຫອມ​ແລະ​ກິ່ນ​ອາໂລ​ກໍ​ຕິດ​ເຄື່ອງນຸ່ງຖື ນັກດົນຕຼີ​ກໍ​ຂັບກ່ອມ​ໃນ​ວັງ​ຕົບແຕ່ງ​ດ້ວຍ​ງາ​ຊ້າງ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ປູກ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ເກີດດອກ​ອອກຜົນ​ໃນ​ເດີ່ນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ຄຳເວົ້າ​ດີ​ເປັນ​ດັ່ງ​ນໍ້າເຜິ້ງ​ຄື​ຫວານຊື່ນ ແລະ​ຊ່ວຍຊູ​ສຸຂະພາບ​ຂອງເຈົ້າ​ໃຫ້​ເຂັ້ມແຂງ.


ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ເໝາະສົມ ແລະ​ຖ້ອຍຄຳ​ຂອງເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ມີ​ຄວາມຮູ້.


ຮີມ​ສົບ​ເມຍ​ຂອງ​ຊາຍ​ອື່ນ​ອາດ​ຫວານຊື່ນ​ດັ່ງ​ນໍ້າເຜິ້ງ ແລະ​ການ​ຈູບ​ຂອງ​ນາງ​ອາດ​ຫລ່ຽນ​ໄຫລ​ດັ່ງ​ນໍ້າມັນ​ໝາກກອກເທດ,


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ຮີມສົບ​ນ້ອງ​ກໍ​ເປັນ​ດັ່ງ​ໂບ​ສີ​ແດງເຂັ້ມ ຊຶ່ງ​ໜ້າຮັກ​ທີ່ສຸດ​ເມື່ອ​ເວລາ​ນ້ອງ​ເວົ້າ. ພວງແກ້ມ​ນ້ອງ​ທີ່​ຊ້ອນ​ຢູ່​ທາງ​ຫລັງ​ຜ້າປົກ ກໍ​ເບັ່ງບານ​ແດງ​ຜ່ອງໃສ​ເຕັມ​ໃບໜ້າ ເໝືອນ​ໝາກພິລາ​ເຄິ່ງໜ່ວຍ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ແກ້ມ​ລາວ​ເປັນ​ຕາຮັກ​ງາມ​ດັ່ງ​ສວນ​ຜັກ ທີ່​ເຕັມ​ແຕ່​ເຄື່ອງເທດ ຂອງຫອມ​ນາໆ​ຊະນິດ​ດ້ວຍ. ສ່ວນ​ຮິມສົບ​ລາວ​ນັ້ນ ເປັນ​ດັ່ງ​ດອກ​ລີລາ​ເບັ່ງບານ ທີ່​ປຽກຊຸ່ມ​ດ້ວຍ​ນໍ້າຫອມ ຢາງໄມ້​ຫອມ​ຊັ້ນ​ດີເລີດ.


ສ່ວນ​ປາກ​ນ້ອງ​ນັ້ນ​ເຮັດ​ໃຫ້​ອ້າຍ​ຊາບຊຶ້ງ ເໝືອນ​ດັ່ງ​ເຫຼົ້າ​ອະງຸ່ນ​ຊັ້ນດີ​ຢູ່​ໃນ​ປາກ. ຖ້າດັ່ງນັ້ນ ຂໍ​ໃຫ້​ເຫຼົ້າ​ອະງຸ່ນ​ໄຫລ​ສູ່​ຄົນຮັກ​ຂ້ອຍ​ໂດຍ​ກົງ ໂດຍ​ໃຫ້​ໄຫລ​ຕົງ​ໄປ​ສູ່​ຮີມສົບ​ແລະ​ສູ່​ແຂ້ວ​ດ້ວຍ.


ເມື່ອ​ເພິ່ນ​ໃຫຍ່​ພໍ​ຮູ້​ຜິດ​ຮູ້​ຖືກ​ແລ້ວ ປະຊາຊົນ​ຈະ​ກິນ​ນໍ້ານົມ​ກັບ​ນໍ້າເຜິ້ງ​ເປັນ​ອາຫານ.


ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka