10 ຄວາມຮັກຂອງນ້ອງ ເຮັດໃຫ້ອ້າຍຊື່ນໃຈ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ຄວາມຮັກຂອງນ້ອງ ກໍດີກວ່າເຫຼົ້າອະງຸ່ນ ກິ່ນໂຕນ້ອງ ຫອມຫວນກວ່ານໍ້າຫອມໃດໆທັງສິ້ນ.
ພະຣາຊາຂອງນ້ອງກຳລັງຢຽດຢູ່ເທິງທີ່ນອນ ກິ່ນນໍ້າຫອມທີ່ນ້ອງທາຫອມຫວນຢູ່ທົ່ວຫ້ອງ.
ແມ່ນຫຍັງນໍ ກຳລັງມາຈາກຖິ່ນແຫ້ງແລ້ງກັນດານ ດຸດດັ່ງຄວັນທີ່ເປັນເສົາພຸ່ງຂຶ້ນ ແມ່ນກິ່ນຊວນຊື່ນເຄື່ອງຫອມແລະກຳຍານບໍ? ຊຶ່ງພໍ່ຄ້າທັງຫລາຍໄດ້ນຳມາຂາຍນັ້ນ.
ແວວຕານ້ອງ ຢຶດຄອງຫົວໃຈອ້າຍໄວ້ແລ້ວ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ສ້ອຍຄ້ອງຄໍນ້ອງ ມັດອ້າຍໃຫ້ຕົກເປັນຊະເລີຍ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ
ຂ້ອຍພ້ອມແລ້ວທີ່ຈະໃຫ້ລາວເຂົ້າມາຂ້າງໃນ ມືຂ້ອຍເຕັມດ້ວຍນໍ້າຫອມຂອງຢາງໄມ້ ນີ້ວມືຂ້ອຍກໍຖືກໂອບດ້ວຍນໍ້າມັນຫອມ ຂະນະທີ່ຂ້ອຍຈັບໄລກອນປະຕູຢູ່ນັ້ນ.
ນ້ອງນາງຊ່າງງາມແທ້ ນ້ອງນາງຊ່າງງາມຫລາຍ ຄວາມຮັກຂອງນາງ ຊ່າງພາໃຫ້ຍິນດີຢ່າງເຕັມລົ້ນ.
ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່,
ເຮົາໄດ້ຮັບຄົບຈຳນວນ ແລະມີບໍຣິບູນຢູ່ແລ້ວ ເຮົາກໍອີ່ມເຕັມໃຈຢູ່ ເພາະໄດ້ຮັບຂອງຈາກເອປາໂຟດີໂຕ ຊຶ່ງເຈົ້າທັງຫລາຍສົ່ງໄປໃຫ້ ເປັນຂອງຖວາຍທີ່ມີກິ່ນຫອມຫວານ ເປັນເຄື່ອງບູຊາທີ່ຊົງໂຜດຮັບ ແລະເປັນທີ່ພໍພຣະໄທພຣະເຈົ້າ.
ເມື່ອຮັບເອົາໜັງສືມ້ວນນັ້ນແລ້ວ ສິ່ງທີ່ມີຊີວິດທັງສີ່ພ້ອມກັບພວກຜູ້ອາວຸໂສຊາວສີ່ທ່ານ ກໍກົ້ມຂາບລົງແທບຕີນພຣະເມສານ້ອຍນັ້ນ ແຕ່ລະຄົນຖືພິນແລະຂັນຄຳທີ່ເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳພາວັນນາອະທິຖານແຫ່ງໄພ່ພົນທັງປວງຂອງພຣະເຈົ້າ.