1 ທີ່ຮັກຂອງອ້າຍເອີຍ ນ້ອງນາງຊ່າງງາມຫລາຍ ຕານ້ອງໜ້າຮັກແລະຜ່ອງໃສ ໃນຜ້າຄຸມທີ່ປົກໜ້າ. ຜົມນ້ອງປີວສະບັດ ດັ່ງຝູງແບ້ທີ່ກະໂດດໄປມາ ເຕັ້ນກະໂດດຢູ່ຕາມຮ່ອມພູກີເລອາດ
ຄວາມງາມຂອງເຈົ້າຈະເຮັດໃຫ້ກະສັດປາຖະໜາ ຈົ່ງເຊື່ອຟັງເພິ່ນເພາະເພິ່ນເປັນນາຍຂອງເຈົ້າ.
ໂອ ທີ່ຮັກຂອງອ້າຍ ນ້ອງເປັນຍິງທີ່ງາມຫລາຍ ຜ່ອງໃສໃນສາຍຕາ ໜ້າຮັກໜ້າເອັນດູແທ້.
ແລ້ວຄົນຮັກຂອງຂ້ອຍກໍລັ່ນປາກໄຂວາຈາ ແລະສົນທະນາປາໄສກັບຂ້ອຍວ່າດັ່ງນີ້: ທີ່ຮັກຂອງອ້າຍ ຈົ່ງລຸກມາສາ ໂອ ຄົນງາມຂອງອ້າຍເອີຍ ຈົ່ງມາຫາອ້າຍເຖີດ
ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ.
ຈົ່ງຫັນໜ້ານ້ອງໜີຈາກອ້າຍສາເທາະ ເພາະສາຍຕານ້ອງກວນໃຈອ້າຍໃຫ້ໝອງໝົ່ນ. ຜົມນ້ອງປິວສະບັດ ດັ່ງຝູງແບ້ທີ່ກະໂດດໄປມາ ເຕັ້ນກະໂດດຢູ່ຕາມຮ່ອມພູກີເລອາດ.
ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ.
ສ່ວນຫົວນ້ອງນັ້ນສູງສົ່ງຢ່າງຜຶງຜາຍ ສູງດັ່ງພູກາເມນທີ່ຕັ້ງຢູ່ຢ່າງສູງສົ່ງ. ຜົມເປຍນ້ອງສີແດງເຂັ້ມເປັນສີສັນງາມສະຫງ່າ ຄວາມງາມນັ້ນ ເຮັດໃຫ້ກະສັດຄົນໜຶ່ງຕົກເປັນຈຳເລີຍ.
ພຣະເຈົ້າຢາເວກ່າວເຖິງເຊື້ອສາຍຂອງກະສັດແຫ່ງຢູດາຍວ່າ, “ເຖິງແມ່ນເຮົາເຫັນວ່າ ວັງຂອງກະສັດແຫ່ງຢູດາຍງົດງາມ ເທົ່າກັບດິນແດນກີເລອາດ ແລະພູຂອງເລບານອນກໍຕາມ; ແຕ່ເຮົາກໍຈະເຮັດໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າທີ່ບໍ່ມີຜູ້ໃດອາໄສຢູ່.
ເຈົ້າມີຊື່ສຽງໂດ່ງດັງໃນທຸກໆຊົນຊາດ ຍ້ອນຄວາມງາມອັນບໍ່ມີທີ່ຕິຂອງເຈົ້າ ເພາະເຮົາເປັນຜູ້ໄດ້ເຮັດໃຫ້ເຈົ້າໜ້າຮັກຫລາຍທີ່ສຸດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ໂຜດໃຊ້ຄ້ອນເທົ້າຂອງພຣະອົງລ້ຽງປະຊາຊົນຂອງພຣະອົງດ້ວຍເຖີດ ຄືປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດປ່ອຍໃຫ້ພວກເຂົາໄປ ແລະລ້ຽງພວກເຂົາໃນທົ່ງຫຍ້າຂອງເມືອງບາຊານ ແລະກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
ເຜົ່າຣູເບັນແລະກາດມີຝູງສັດເປັນຈຳນວນຫລວງຫລາຍ. ເມື່ອພວກເຂົາເຫັນວ່າ ດິນແດນຢາເຊກັບກີເລອາດເໝາະສຳລັບການລ້ຽງສັດ
ດັ່ງນັ້ນ ໂມເຊຈຶ່ງມອບເມືອງກີເລອາດໃຫ້ຕະກຸນມາກີ ລູກຊາຍຂອງມານາເຊ ແລະພວກເຂົາກໍພາກັນຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ.
ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.