8 ທຸກຄົນສາມາດໃຊ້ດາບຢ່າງຊຳນິຊຳນານ ເປັນນັກຮົບຜ່ານເສິກມາຢ່າງຊຸກຊົນທັງນັ້ນ. ແຕ່ລະຄົນໃນພວກເຂົາເຈົ້າຕ່າງກໍຖືດາບໃນມື ຕຽມພ້ອມປະເຊີນການໂຈມຕີໃນກາງຄືນໄດ້.
ຕັ້ງແຕ່ນັ້ນມາ ປະຊາຊົນຂອງຂ້າພະເຈົ້າເຄິ່ງໜຶ່ງກໍພາກັນເຮັດວຽກ ແລະອີກເຄິ່ງໜຶ່ງພາກັນຢືນຍາມໂດຍໃສ່ເຄື່ອງນຸ່ງຫຸ້ມເກາະ ແລະມີອາວຸດຄົບມືດ້ວຍ ເຊັ່ນ: ຫອກ, ໂລ້ ແລະໜ້າທະນູ;
ແລະພວກຜູ້ນຳກໍສະໜັບສະໜູນປະຊາຊົນທີ່ສ້າງກຳແພງເມືອງຂຶ້ນໃໝ່ນັ້ນຢ່າງເຕັມກຳລັງ. ແມ່ນແຕ່ຜູ້ທີ່ຫາມວັດຖຸກໍ່ສ້າງກໍໃຊ້ມືໜຶ່ງເຮັດວຽກ ແລະອີກມືໜຶ່ງຖືອາວຸດ
ຈົ່ງຂັດດາບເຖີດ ກະສັດຜູ້ເກັ່ງກ້າເອີຍ ທ່ານຜູ້ມີຊື່ລືນາມແລະສະຫງ່າຜ່າເຜີຍດ້ວຍ.
ເຈົ້າບໍ່ຕ້ອງຢ້ານອັນຕະລາຍໃນເວລາກາງຄືນ ຫລືການຫລອນໂຈມຕີໃນເວລາກາງເວັນດ້ວຍ.
ເບິ່ງພຸ້ນດູ ແມ່ນຂະບວນແຫ່ໂຊໂລໂມນ ມີນັກຮົບຜູ້ກ້າຫານຫົກສິບຄົນ ໃນອິດສະຣາເອນພ້ອມ.
ກະສັດໂຊໂລໂມນນັ່ງເທິງບັນລັງທີ່ມີຄົນແບກຫາມ ຊຶ່ງຖືກສ້າງຂຶ້ນມາດ້ວຍໄມ້ດີທີ່ສຸດທັງນັ້ນ.
“ເຮົາເຝົ້າເບິ່ງແລະຫົດນໍ້າມັນບໍ່ໄດ້ຂາດ. ເຮົາເຝົ້າຮັກສາທັງເວັນ ແລະທັງຄືນ ເພື່ອບໍ່ໃຫ້ຜູ້ໃດມາທຳຮ້າຍມັນໄດ້.
ເຮົາຈະປຸກປັ່ນໝວດໜຶ່ງໃນບັນດາຊົນຊາດທີ່ເຂັ້ມແຂງທາງທິດເໜືອໃຫ້ມາໂຈມຕີບາບີໂລນ. ພວກເຂົາຈະລຽນແຖວກັນເຮັດເສິກ ແລະຕີເອົາປະເທດນີ້. ພວກເຂົາເປັນນັກໂຫ່ເນື້ອທີ່ຊຳນິຊຳນານ ໂດຍຍິງລູກທະນູບໍ່ຜິດພາດເປົ້າໝາຍຈັກເທື່ອ.
ດັ່ງນັ້ນ ເອຮຸດຈຶ່ງຕີດາບສອງຄົມດວງໜຶ່ງ ຍາວປະມານຫ້າສິບເຊັນ. ລາວເຊື່ອງດາບນັ້ນໄວ້ໃຕ້ເຄື່ອງນຸ່ງເບື້ອງຂວາມື.