Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 3:7 - ພຣະຄຳພີສັກສິ

7 ເບິ່ງ​ພຸ້ນ​ດູ ແມ່ນ​ຂະບວນ​ແຫ່​ໂຊໂລໂມນ ມີ​ນັກຮົບ​ຜູ້​ກ້າຫານ​ຫົກສິບ​ຄົນ ໃນ​ອິດສະຣາເອນ​ພ້ອມ.

Uka jalj uñjjattʼäta Copia luraña




ຍອດເພງ 3:7
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ເຣໂຫໂບອາມ​ຈຶ່ງ​ໄດ້​ເຮັດ​ໂລ້​ທອງສຳຣິດ​ໄວ້​ແທນ, ແລ້ວ​ມອບ​ໃຫ້​ພວກ​ນາຍ​ທະຫານ​ປະຈຳວັງ​ເກັບ​ຮັກສາ​ໄວ້.


ກະສັດ​ໂຊໂລໂມນ​ບໍ່ໄດ້​ໃຊ້​ຊາວ​ອິດສະຣາເອນ​ເປັນ​ທາດຮັບໃຊ້ ແຕ່​ໃຫ້​ເປັນ​ທະຫານ, ຂ້າຣາຊການ, ຜູ້​ບັນຊາການ​ກອງທັບ, ຜູ້​ບັງຄັບ​ກອງ​ລົດຮົບ ແລະ​ທະຫານ​ມ້າ.


ແລ້ວ​ເອລີຊາ​ກໍ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ເປີດ​ຕາ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ຄົນ​ນີ້ ໃຫ້​ເຫັນ​ກຳລັງ​ຝ່າຍ​ເຮົາ​ແດ່ທ້ອນ.” ພຣະເຈົ້າຢາເວ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເອລີຊາ. ເມື່ອ​ຄົນ​ຮັບໃຊ້​ຂອງ​ເພິ່ນ​ຫລຽວ​ຂຶ້ນ​ໄປ​ທີ່​ເທິງ​ພູ ລາວ​ກໍ​ເຫັນ​ຝູງມ້າ ແລະ​ລົດຮົບ​ເປັນ​ໄຟ​ຢູ່​ອ້ອມລ້ອມ​ເອລີຊາ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ຫອກ, ດາບ ແລະ​ໜ້າທະນູ​ໃຫ້​ປະຊາຊົນ ພ້ອມ​ທັງ​ໃຫ້​ພວກເຂົາ​ເຂົ້າ​ປະຈຳ​ໜ້າທີ່​ຢູ່​ທາງ​ເບື້ອງຫລັງ​ຂອງ​ກຳແພງ​ເມືອງ​ເປັນ​ຕະກຸນ ໃນ​ທຸກບ່ອນ​ທີ່​ຍັງ​ສ້າງ​ບໍ່​ທັນ​ແລ້ວ.


ໂອ ສຸດທີ່ຮັກ​ຂອງນ້ອງ ຮູບ​ຫລໍ່​ແລະ​ງາມຫລາຍ ປ່າຫຍ້າ​ຂຽວສົດ ຈະ​ເປັນ​ຕຽງນອນ​ຂອງອ້າຍ​ກັບ​ນ້ອງ;


ແມ່ນ​ຫຍັງ​ນໍ ກຳລັງ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ ດຸດດັ່ງ​ຄວັນ​ທີ່​ເປັນ​ເສົາ​ພຸ່ງ​ຂຶ້ນ ແມ່ນ​ກິ່ນ​ຊວນຊື່ນ​ເຄື່ອງຫອມ​ແລະ​ກຳຍານ​ບໍ? ຊຶ່ງ​ພໍ່ຄ້າ​ທັງຫລາຍ​ໄດ້​ນຳ​ມາ​ຂາຍ​ນັ້ນ.


ທຸກຄົນ​ສາມາດ​ໃຊ້​ດາບ​ຢ່າງ​ຊຳນິ​ຊຳນານ ເປັນ​ນັກຮົບ​ຜ່ານ​ເສິກ​ມາ​ຢ່າງ​ຊຸກຊົນ​ທັງນັ້ນ. ແຕ່ລະຄົນ​ໃນ​ພວກ​ເຂົາເຈົ້າ​ຕ່າງ​ກໍ​ຖື​ດາບ​ໃນ​ມື ຕຽມພ້ອມ​ປະເຊີນ​ການ​ໂຈມຕີ​ໃນ​ກາງຄືນ​ໄດ້.


ກະສັດ​ໂຊໂລໂມນ​ນັ່ງ​ເທິງ​ບັນລັງ​ທີ່​ມີ​ຄົນ​ແບກຫາມ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ມາ​ດ້ວຍ​ໄມ້​ດີທີ່ສຸດ​ທັງນັ້ນ.


ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?


ຕະຫລອດ​ຊົ່ວຊີວິດ​ຂອງ​ກະສັດ​ໂຊນ ເພິ່ນ​ໄດ້​ຕໍ່ສູ້​ພວກ​ຟີລິດສະຕິນ​ຢ່າງ​ດຸເດືອດ. ເມື່ອ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ແຂງແຮງ ແລະ​ກ້າຫານ​ດີ ເພິ່ນ​ກໍ​ເອົາ​ເຂົ້າ​ມາ​ຮັບໃຊ້​ໃນ​ກອງທັບ​ຂອງ​ເພິ່ນ.


ດາວິດ​ຕອບ​ວ່າ, “ແນ່ນອນ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕາ​ຂອງທ່ານ​ເອງ​ດອກ​ວ່າ​ຂ້ານ້ອຍ​ຈະ​ເຮັດ​ຢ່າງ​ໃດ?” ເຈົ້າ​ອາກີເຊ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປ້ອງກັນ​ຕົວ​ເຮົາ.”


ເພິ່ນ​ຈະ​ເອົາ​ບັນດາ​ຄົນ​ຮັບໃຊ້​ທັງ​ຊາຍ​ຍິງ​ກັບ​ຝູງງົວ ແລະ​ຝູງ​ລໍ​ໂຕ​ດີທີ່ສຸດ​ຂອງ​ພວກເຈົ້າ​ໄປ​ໃຊ້​ເຮັດ​ວຽກ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka