Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 3:5 - ພຣະຄຳພີສັກສິ

5 ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ໃນ​ນາມ​ກວາງ ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.

Uka jalj uñjjattʼäta Copia luraña




ຍອດເພງ 3:5
7 Jak'a apnaqawi uñst'ayäwi  

ຂ້ອຍ​ເປັນ​ຄົນ​ດຳແຫລ້​ແຕ່ ສວຍງາມ ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ດຳ​ດັ່ງ​ຜ້າເຕັນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເກດາ​ນັ້ນ ແຕ່​ກໍ​ງາມ​ດັ່ງ​ຜ້າກັ້ງ ທີ່​ຫ້ອຍ​ໄວ້​ໃຫ້​ງາມຕາ ໃນ​ຣາຊວັງ​ຂອງ​ໂຊໂລໂມນ​ນັ້ນ.


ມື​ກໍ້າ​ຊ້າຍ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ທີ່​ລຸ່ມ​ຫົວ ແລະ​ມື​ກໍ້າ​ຂວາ​ລູບຄຳ​ທົ່ວ​ທັງ​ຕົນຕົວ​ຂ້ອຍ.


ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ກັບ​ຂ້ອຍ​ເຖີດ ໃນ​ນາມ​ກວາງ​ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.


ຄົນ​ຮັກ​ຂອງຂ້ອຍ​ເປັນ​ດັ່ງ​ກວາງໜຸ່ມ ແລະ​ເຍືອງ​ເຖິກ ຫັ້ນເດ ລາວ​ຢືນ​ຜົກ​ຢູ່​ທາງ​ດ້ານຫລັງ​ກຳແພງ​ພຸ້ນ ລາວ​ແນມໄປ​ທາງ​ປ່ອງຢ້ຽມ​ແລະ​ກວດເບິ່ງ​ທຸກ​ທາງ ຕາມ​ປ່ອງຢ້ຽມ​ຜ່ານ​ຕາໜ່າງ​ຄອຍ​ຜົກ​ຈອບເບິ່ງ.


ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ຖ້າ​ພົບ​ຄົນຮັກ​ທີ່​ຂ້ອຍ​ເວົ້າ​ເຖິງ ກໍ​ຂໍ​ໃຫ້​ບອກ​ລາວ​ດ້ວຍ. ຈົ່ງ​ບອກ​ໃຫ້​ລາວ​ຮູ້ວ່າ​ຂ້ອຍ​ອິດອ່ອນ​ຈິດໃຈ ຍ້ອນ​ຂ້ອຍ​ຫລົງໄຫລ​ຢູ່​ໃນ​ຄວາມຮັກ​ລາວ​ນັ້ນ.


ລູກສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສາບານ​ກັບ​ຂ້ອຍ​ເຖີດ ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ​ຄວາມຮັກ​ຂອງ​ພວກຂ້ອຍ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka