Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 3:4 - ພຣະຄຳພີສັກສິ

4 ພໍ​ຂ້ອຍ​ຈາກ​ພວກເຂົາ​ໄປ​ແລ້ວ ຂ້ອຍ​ກໍໄດ້​ພົບ​ລາວ ຂ້ອຍ​ດຶງ​ເອົາ​ລາວ ແລະ​ບໍ່​ຍອມ​ໃຫ້​ລາວ​ໜີ​ຫ່າງ ຈົນກວ່າ​ຂ້ອຍ​ໄດ້​ຄຽງຂ້າງ​ພາ​ລາວ​ໄປ​ເຮືອນ​ມານດາ ແລະ​ພາເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ທີ່​ຂ້ອຍ​ເກີດ​ມາ​ນັ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 3:4
21 Jak'a apnaqawi uñst'ayäwi  

ຊາຍ​ຜູ້ນັ້ນ​ເວົ້າ​ວ່າ, “ປ່ອຍ​ຂ້ອຍ​ແມ ເພາະ​ຕາເວັນ​ຈວນ​ຈະ​ຂຶ້ນ​ແລ້ວ.” ແຕ່​ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ບໍ່​ປ່ອຍ​ເຈົ້າ​ໄປ ຈົນກວ່າ​ເຈົ້າ​ຈະ​ອວຍພອນ​ຂ້ອຍ.”


ຈົ່ງ​ຈື່ຈຳ​ເອົາ​ໄວ້​ສະເໝີ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ​ນັ້ນ. ການ​ສຶກສາ​ຄື​ຊີວິດ​ຂອງເຈົ້າ ຈົ່ງ​ເຝົ້າ​ຮັກສາ​ເອົາ​ສິ່ງ​ນີ້​ໄວ້​ໃຫ້​ດີ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ໂອ ທີ່ຮັກ​ຂອງນ້ອງ ກະລຸນາ​ບອກ​ນ້ອງ​ໄດ້​ຫລື​ບໍ່ ວ່າ​ອ້າຍ​ຈະ​ພາ​ຝູງສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ທີ່ໃດ? ເວລາ​ແສງ​ແດດກ້າ​ຕາເວັນ​ທ່ຽງ​ຫວນ​ມາ ອ້າຍ​ຈະ​ພາ​ຝູງສັດ​ໄປ​ພັກຜ່ອນ​ຢູ່ໃສ​ກັນແທ້? ເປັນຫຍັງ​ນໍ​ຈຶ່ງ​ຈະ​ໃຫ້​ແຕ່​ນ້ອງ​ຊອກຫາ​ອ້າຍ​ເດ? ຄື​ຢູ່​ໃນ​ທ່າມກາງ​ຝູງແກະ​ທີ່​ຄົນອື່ນ​ເຂົາ​ເຝົ້າລ້ຽງ.


ອ້າຍ​ກຳລັງ​ສັ່ນ​ເພາະ​ນ້ອງ​ເຮັດ​ໃຫ້​ຫລົງ​ຮັກ​ສະເໜ່ຫາ ດັ່ງ​ເຈົ້າຊາຍ​ຕັ້ງໜ້າ​ຕັ້ງ​ຕາ​ຂັບ​ລົດມ້າ​ສູ່​ສະໜາມຮົບ.


ສ່ວນ​ຫົວ​ນ້ອງ​ນັ້ນ​ສູງ​ສົ່ງ​ຢ່າງ​ຜຶງຜາຍ ສູງ​ດັ່ງ​ພູ​ກາເມນ​ທີ່​ຕັ້ງ​ຢູ່​ຢ່າງ​ສູງສົ່ງ. ຜົມເປຍ​ນ້ອງ​ສີແດງເຂັ້ມ​ເປັນ​ສີສັນ​ງາມ​ສະຫງ່າ ຄວາມ​ງາມນັ້ນ ເຮັດ​ໃຫ້​ກະສັດ​ຄົນ​ໜຶ່ງ​ຕົກ​ເປັນ​ຈຳເລີຍ.


ນ້ອງ​ຈະ​ພາ​ອ້າຍ​ໄປ​ເຮືອນ ທີ່​ແມ່​ຂອງນ້ອງ​ຢູ່​ອາໄສ ບ່ອນ​ທີ່​ອ້າຍ​ຈະ​ສອນ​ໃຫ້​ຮູ້​ວ່າ​ຄວາມຮັກ​ເປັນ​ຢ່າງໃດ​ແທ້. ນ້ອງ​ຈະ​ໃຫ້​ອ້າຍ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຊັ້ນດີ ແລະ​ນໍ້າ​ໝາກ​ພິລາ​ແຊບ​ດີ​ໃຫ້​ອ້າຍ​ໄດ້​ດື່ມ​ດ້ວຍ.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ ພວກເຈົ້າ​ກໍ​ຈະ​ພົບ​ເຮົາ


ພຣະເຈົ້າຢາເວ​ດີ​ຕໍ່​ທຸກໆຄົນ ຄື​ຕໍ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ.


ໃນ​ຂະນະນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ເທີ້ນ.” ຍິງ​ເຫຼົ່ານັ້ນ​ຈຶ່ງ​ຫຍັບ​ມາ​ຈັບ​ຕີນ​ຂອງ​ພຣະອົງ ແລະ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ.


“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້​ເຈົ້າ.


ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ


ຄວາມ​ສູງ​ຫລື​ຄວາມ​ເລິກ​ກໍດີ ຫລື​ສິ່ງ​ອື່ນ​ໃດ​ຊົງ​ສ້າງ​ແລ້ວ​ນັ້ນ​ກໍດີ ຈະ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka