Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 3:3 - ພຣະຄຳພີສັກສິ

3 ຄົນ​ຍາມ​ທີ່​ເລາະລຽບ​ໄດ້​ເຫັນ​ຂ້ອຍ​ໃນ​ເມືອງ ຂ້ອຍ​ຖາມ​ພວກ​ເຂົາເຈົ້າ​ວ່າ, “ເຫັນ​ຄົນຮັກ​ຂອງຂ້ອຍ​ບໍ?”

Uka jalj uñjjattʼäta Copia luraña




ຍອດເພງ 3:3
10 Jak'a apnaqawi uñst'ayäwi  

ໂອ ທີ່ຮັກ​ຂອງນ້ອງ ກະລຸນາ​ບອກ​ນ້ອງ​ໄດ້​ຫລື​ບໍ່ ວ່າ​ອ້າຍ​ຈະ​ພາ​ຝູງສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ທີ່ໃດ? ເວລາ​ແສງ​ແດດກ້າ​ຕາເວັນ​ທ່ຽງ​ຫວນ​ມາ ອ້າຍ​ຈະ​ພາ​ຝູງສັດ​ໄປ​ພັກຜ່ອນ​ຢູ່ໃສ​ກັນແທ້? ເປັນຫຍັງ​ນໍ​ຈຶ່ງ​ຈະ​ໃຫ້​ແຕ່​ນ້ອງ​ຊອກຫາ​ອ້າຍ​ເດ? ຄື​ຢູ່​ໃນ​ທ່າມກາງ​ຝູງແກະ​ທີ່​ຄົນອື່ນ​ເຂົາ​ເຝົ້າລ້ຽງ.


ຄົນ​ຍາມ​ທີ່​ຍ່າງ​ເລາະລຽບ​ໄດ້​ພົບ​ຂ້ອຍ​ໃນເມືອງ ພວກເຂົາ​ໄດ້​ຕົບຕີ​ຂ້ອຍ ຈົນ​ດຳ​ຂຽວ​ເພາະ​ບວມຊໍ້າ; ນອກ​ນີ້ ກໍ​ຍັງ​ມີ​ຄົນ​ທີ່​ເລາະ​ຢູ່​ຕາມ​ກຳແພງ​ເມືອງ ຍາດ​ກັນ​ດຶງ​ເອົາ​ເສື້ອຄຸມ​ຂອງຂ້ອຍ​ຈົນ​ຂາດ.


ພຣະອົງ​ກ່າວ​ວ່າ, “ບັນດາ​ຜູ້ນຳ​ທັງໝົດ ຄື​ຜູ້​ທີ່​ຖືກ​ສົ່ງ​ມາ​ຕັກເຕືອນ​ປະຊາຊົນ​ຂອງເຮົາ​ນັ້ນ​ຕາບອດ​ໝົດ ພວກເຂົາ​ບໍ່​ຮູ້ຈັກ​ຫຍັງ. ພວກເຂົາ​ເປັນ​ດັ່ງ​ໝາ​ນອນ​ເຝົ້າ​ທີ່​ບໍ່​ເຫົ່າ ຄື​ມັກ​ເອ່ນ​ຕົວ​ລົງ ແລະ​ເພີ້ຝັນ. ພວກເຂົາ​ມັກ​ນອນ​ຫລາຍ​ແທ້.


ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.


“ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.


ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.”


ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອວາດ​ຜູ້ນຳ​ຂອງ​ພວກເຈົ້າ ເພາະ​ພວກເພິ່ນ​ດູແລ​ຮັກສາ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ຢູ່ ເໝືອນ​ຜູ້ໜຶ່ງ​ທີ່​ຈະ​ຕ້ອງ​ສະເໜີ​ລາຍງານ ເພື່ອ​ພວກເພິ່ນ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນໃຈ, ບໍ່ແມ່ນ​ດ້ວຍ​ຄວາມ​ເສົ້າໃຈ ຊຶ່ງ​ຈະ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka