2 ຂ້ອຍໄດ້ໄປທ່ຽວຊອກຫາລາວຢູ່ໃນເມືອງ ຕາມຫົນທາງ ແລະຕາມຮ່ອມຕາມແຈດ້ວຍ. ຂ້ອຍຊອກຄົ້ນຫາຜູ້ໜຶ່ງທີ່ຂ້ອຍຮັກຫລາຍ ຂ້ອຍຊອກແນມຫາແຕ່ກໍບໍ່ພົບລາວຊໍ້າ.
ຄົນທີ່ຟັງເຮົານັ້ນ ລາວຈະມີຄວາມສຸກ ຄືຜູ້ທີ່ຄອຍຢູ່ທີ່ປະຕູເຮືອນຂອງເຮົາທຸກໆວັນ.
ໂອ ທີ່ຮັກຂອງນ້ອງ ກະລຸນາບອກນ້ອງໄດ້ຫລືບໍ່ ວ່າອ້າຍຈະພາຝູງສັດຂອງອ້າຍໄປກິນຫຍ້າຢູ່ທີ່ໃດ? ເວລາແສງແດດກ້າຕາເວັນທ່ຽງຫວນມາ ອ້າຍຈະພາຝູງສັດໄປພັກຜ່ອນຢູ່ໃສກັນແທ້? ເປັນຫຍັງນໍຈຶ່ງຈະໃຫ້ແຕ່ນ້ອງຊອກຫາອ້າຍເດ? ຄືຢູ່ໃນທ່າມກາງຝູງແກະທີ່ຄົນອື່ນເຂົາເຝົ້າລ້ຽງ.
ຄົນຍາມທີ່ເລາະລຽບໄດ້ເຫັນຂ້ອຍໃນເມືອງ ຂ້ອຍຖາມພວກເຂົາເຈົ້າວ່າ, “ເຫັນຄົນຮັກຂອງຂ້ອຍບໍ?”
ຂ້ອຍພ້ອມແລ້ວທີ່ຈະໃຫ້ລາວເຂົ້າມາຂ້າງໃນ ມືຂ້ອຍເຕັມດ້ວຍນໍ້າຫອມຂອງຢາງໄມ້ ນີ້ວມືຂ້ອຍກໍຖືກໂອບດ້ວຍນໍ້າມັນຫອມ ຂະນະທີ່ຂ້ອຍຈັບໄລກອນປະຕູຢູ່ນັ້ນ.
ບໍ່ມີຜູ້ໃດທີ່ພາວັນນາອະທິຖານຮ້ອງຫານາມຊື່ຂອງພຣະອົງ; ບໍ່ມີຜູ້ໃດໄປຂໍໃຫ້ພຣະອົງຊ່ວຍເຫລືອ. ພຣະອົງໄດ້ລີ້ພຣະອົງເອງແລະໄດ້ປະຖິ້ມ ພວກຂ້ານ້ອຍ ກໍເພາະການບາບຂອງພວກຂ້ານ້ອຍ.
ຊາວເຢຣູຊາເລັມເອີຍ ຈົ່ງແລ່ນຜ່ານຫົນທາງເຖີດ ຈົ່ງເບິ່ງອ້ອມໆຂ້າງ ຈົ່ງສັງເກດເບິ່ງເອງເຖີດ ຈົ່ງຄົ້ນເບິ່ງບ່ອນຕ່າງໆ ຕາມຕະຫລາດເບິ່ງດຸ ເຈົ້າພົບຜູ້ໜຶ່ງຜູ້ໃດບໍທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະສະແຫວງຫາຄວາມຈິງຕໍ່ພຣະເຈົ້າ? ຖ້າພົບ ອົງພຣະຜູ້ເປັນເຈົ້າຈະຍົກໂທດໃຫ້ຄົນເມືອງນີ້.
ພຣະເຈົ້າໄດ້ໃຊ້ຜູ້ໜຶ່ງມາ ຊື່ວ່າ, “ໂຢຮັນ”
ນອກນີ້ພວກເຈົ້າຮູ້ວ່າ, ບັດນີ້ເຖິງເວລາແລ້ວ ທີ່ພວກເຈົ້າຄວນຈະຕື່ນຈາກຫລັບ. ດ້ວຍວ່າ, ເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດນັ້ນ.
ຈົ່ງກັບຄືນມາສູ່ນິໄສອັນຖືກຕ້ອງ ແລະເຊົາເຮັດບາບສາ, ການທີ່ເຮົາເວົ້າດັ່ງນີ້ ກໍເພື່ອພວກເຈົ້າຈະລະອາຍໃຈ ເພາະມີບາງຄົນໃນພວກເຈົ້າຍັງບໍ່ຮູ້ພຣະເຈົ້າ.
ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.”