11 ສາວພູຊີໂອນເອີຍ ມາເບິ່ງກະສັດໂຊໂລໂມນເຖີດ ເພິ່ນສວມມົງກຸດອັນງາມທີ່ແມ່ເພິ່ນສຸບໃສ່ໃຫ້ ແມ່ສຸບໃສ່ໃຫ້ເພິ່ນໃນວັນທີ່ກະສັດແຕ່ງງານ ໃນວັນອັນປິຕິຍິນດີ ແລະຊົມຊື່ນທີ່ສຸດຂອງເພິ່ນ.
ຂໍໃຫ້ປະຊາຊົນຊາວຊີໂອນຈົ່ງຊົມຊື່ນຍິນດີ ເພາະພຣະອົງຕັດສິນຢ່າງຖືກຕ້ອງ ຂໍໃຫ້ເມືອງຕ່າງໆຂອງຊາວຢູດາ ຈົ່ງຊົມຊື່ນຍິນດີເຖີດ.
ເພື່ອວ່າຂ້ານ້ອຍຈະໄດ້ກ່າວຄຳຍ້ອງຍໍສັນລະເສີນພຣະອົງ ໃນປະຕູທັງຫຼາຍຂອງລູກສາວຊີໂອນ. ຂ້ານ້ອຍກໍຈະຊົມຊື່ນຍິນດີຫລາຍ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນໄພແລ້ວ.
ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ມາພີ້ທີ່ຮັກຂອງນ້ອງ ໃຫ້ພວກເຮົາໄປຍັງຊົນນະບົດ ອອກໄປສູ່ໝູ່ບ້ານຕ່າງໆ ແລະນອນຄ້າງຄືນຢູ່ທີ່ນັ້ນ.
ຜູ້ທີ່ມາຈາກຖິ່ນແຫ້ງແລ້ງກັນດານຄືຜູ້ໃດເດນໍ ທີ່ແນບຢູ່ໃນອ້ອມແຂນຄົນຮັກຂອງນາງນັ້ນ? ນ້ອງປຸກອ້າຍໃຫ້ລຸກຢູ່ໃຕ້ຕົ້ນໝາກຈອງ ບ່ອນທີ່ແມ່ອ້າຍເອງໃຫ້ກຳເນີດອ້າຍ.
ໂດຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈະຕັດສິນແລະຊຳລະປະເທດຊາດ ແລະຊຳລະລ້າງມົນທິນໃຫ້ສິ້ນໄປຈາກນະຄອນເຢຣູຊາເລັມ ແລະຊຳລະເລືອດທີ່ໄດ້ໄຫລລົງທີ່ນັ້ນດ້ວຍ.
ຫລັງຈາກມີຊີວິດຢ່າງທົນທຸກທໍລະມານ ທ່ານກໍຈະມີຄວາມສຸກຊົມຊື່ນຍິນດີອີກ; ທ່ານຈະຮູ້ວ່າທ່ານບໍ່ໄດ້ທົນທຸກຢ່າງໄຮ້ຜົນ ເປັນຜູ້ຮັບໃຊ້ອຸທິດຕົນທີ່ເຮົາພໍໃຈນຳແທ້ໆ. ທ່ານຈະແບກໂທດກຳຂອງຄົນທັງຫລາຍ ເພື່ອເຫັນແກ່ທ່ານ ເຮົາຈະຍົກໂທດໃຫ້ພວກເຂົາ.
ດັ່ງຊາຍໜຸ່ມທີ່ໄດ້ຍິງບໍຣິສຸດເປັນເມຍຂອງຕົນ ພຣະອົງຜູ້ຫລໍ່ຫລອມເຈົ້າຈະແຕ່ງງານກັບເຈົ້າ. ເຈົ້າບ່າວຊົມຊື່ນຍິນດີນຳເຈົ້າສາວຂອງຕົນສັນໃດ ພຣະເຈົ້າຂອງເຈົ້າກໍຈະຊົມຊື່ນຍິນດີນຳເຈົ້າສັນນັ້ນ.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ໃຫ້ໄປປະກາດຂ່າວນີ້ແກ່ທຸກໆຄົນໃນນະຄອນເຢຣູຊາເລັມ, ພຣະເຈົ້າຢາເວກ່າວດັ່ງນີ້: “ເຮົາຈື່ຈຳຄວາມສັດຊື່ຂອງເຈົ້າຄາວເປັນສາວ ເຈົ້າຮັກເຮົາຫລາຍສໍ່າໃດເມື່ອແຕ່ງງານກັນໃໝ່ໆ; ເຈົ້າໄດ້ຕາມເຮົາໄປທົ່ວຖິ່ນແຫ້ງແລ້ງກັນດານ ໂດຍຜ່ານດິນແດນໜຶ່ງທີ່ບໍ່ມີການເພາະປູກ.
ເຮົາຈະເຮັດດີຕໍ່ພວກເຂົາດ້ວຍຄວາມເຕັມໃຈ ແລະເຮົາກໍຈະໃຫ້ພວກເຂົາຢູ່ໃນດິນແດນນີ້ຕະຫລອດໄປ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ ພວກເຈົ້າໄດ້ມີໄຊດ້ວຍຣິດອຳນາດຂອງພຣະອົງ ພຣະອົງຈະເປັນສຸກໃຈຍ້ອນພວກເຈົ້າທັງຫລາຍ ໃນຄວາມຮັກນັ້ນຈະຊົງໃຫ້ຊີວິດໃໝ່ແກ່ພວກເຈົ້າ. ພຣະອົງຈະຂັບຮ້ອງດີໃຈເໜືອພວກເຈົ້າທັງຫລາຍ
ຈົ່ງເອົາເງິນແລະຄຳທີ່ພວກເຂົາໄດ້ມອບໃຫ້ນັ້ນເຮັດມົງກຸດ ແລະສຸບມົງກຸດນີ້ໃສ່ຫົວຂອງມະຫາປະໂຣຫິດເຢຊູອາລູກຊາຍຂອງໂຢຊາດັກ.
ໃນວັນແຫ່ງການພິພາກສາ ຣາຊີນີຝ່າຍທິດໃຕ້ຈະຢືນກ່າວໂທດພວກເຈົ້າ ເພາະນາງໄດ້ເດີນທາງມາແຕ່ທີ່ສຸດແຜ່ນດິນໂລກເພື່ອຟັງຄຳສັ່ງສອນອັນເຕັມໄປດ້ວຍສະຕິປັນຍາຂອງກະສັດໂຊໂລໂມນ ແລະທີ່ນີ້ມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນ.”
ແຕ່ພວກເຮົາສົມຄວນຮ່ວມຊົມຊື່ນຍິນດີ ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ບັດນີ້ມີຊີວິດຢູ່ ລາວເສຍໄປແລ້ວ ແຕ່ບັດນີ້ ຍັງໄດ້ພົບອີກ.”’
“ເຮົາໄດ້ບອກຂໍ້ຄວາມເຫຼົ່ານີ້ແກ່ພວກເຈົ້າ ເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ຢູ່ໃນພວກເຈົ້າ ແລະເພື່ອວ່າຄວາມຊົມຊື່ນຍິນດີຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ.
ເຈົ້າສາວຍ່ອມເປັນຂອງເຈົ້າບ່າວ, ແຕ່ພໍໄດ້ຍິນສຽງເຈົ້າບ່າວ ເພື່ອນຂອງເຈົ້າບ່າວທີ່ຢືນຟັງຢູ່ ກໍດີໃຈຢ່າງເຕັມປ່ຽມ ຢ່າງນັ້ນແຫຼະ ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ.
ພຣະອົງຊົງເປັນຫົວຂອງກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ທຳອິດທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັບພະສິ່ງທັງປວງ.
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອອກໄປຫາພຣະອົງທີ່ນອກຄ້າຍ ແລະຍອມທົນເອົາຄຳໝິ່ນປະໝາດທີ່ພຣະອົງໄດ້ຮັບ.
ແຕ່ພວກເຮົາກໍເຫັນພຣະເຢຊູເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າກວ່າເທວະດາພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະພຣະກຽດຕິຍົດເປັນມົງກຸດ ເພາະທີ່ພຣະອົງຊົງຍອມຕາຍດ້ວຍຄວາມທໍລະມານ ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມຕາຍແທນມະນຸດທຸກຄົນ.
ເບິ່ງແມ! ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່ ແລະຕາທຸກໜ່ວຍຈະເຫັນພຣະອົງ ແລະຄົນເຫຼົ່ານັ້ນທີ່ໄດ້ແທງພຣະອົງຈະເຫັນພຣະອົງເໝືອນກັນ. ມະນຸດທຸກຊາດທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ ຈະເປັນໄປຢ່າງນັ້ນ ອາແມນ.
ດວງຕາຂອງພຣະອົງເປັນເໝືອນດັ່ງແປວໄຟ ແລະມີມົງກຸດຫລາຍອັນເທິງຫົວຂອງພຣະອົງ ທີ່ເທິງຫົວຂອງພຣະອົງມີຊື່ໜຶ່ງຂຽນໄວ້ ແຕ່ບໍ່ມີຜູ້ໃດຮູ້ຈັກ ນອກຈາກພຣະອົງເອງ.
ໃຫ້ເຮົາທັງຫລາຍຊົມຊື່ນແລະປິຕິຍິນດີ ພາກັນຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງພຣະເມສານ້ອຍແລ້ວ ແລະເຈົ້າສາວຂອງພຣະອົງໄດ້ຕຽມພ້ອມແລ້ວ.