Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 2:9 - ພຣະຄຳພີສັກສິ

9 ຄົນ​ຮັກ​ຂອງຂ້ອຍ​ເປັນ​ດັ່ງ​ກວາງໜຸ່ມ ແລະ​ເຍືອງ​ເຖິກ ຫັ້ນເດ ລາວ​ຢືນ​ຜົກ​ຢູ່​ທາງ​ດ້ານຫລັງ​ກຳແພງ​ພຸ້ນ ລາວ​ແນມໄປ​ທາງ​ປ່ອງຢ້ຽມ​ແລະ​ກວດເບິ່ງ​ທຸກ​ທາງ ຕາມ​ປ່ອງຢ້ຽມ​ຜ່ານ​ຕາໜ່າງ​ຄອຍ​ຜົກ​ຈອບເບິ່ງ.

Uka jalj uñjjattʼäta Copia luraña




ຍອດເພງ 2:9
23 Jak'a apnaqawi uñst'ayäwi  

ລູກຊາຍ​ສາມ​ຄົນ​ຂອງ​ນາງ​ເຊຣູອີຢາ: ໂຢອາບ, ອາບີໄຊ ແລະ​ອາສາເຮນ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ. ສ່ວນ​ອາສາເຮນ​ຜູ້​ແລ່ນ​ໄວ​ເໝືອນ​ຟານ​ປ່າ​ນັ້ນ


ຄື​ຜູ້​ທີ່​ເປັນ​ໜ້າຮັກ​ດັ່ງ​ກວາງແມ່ ແລະ​ງາມ​ສະຫງ່າ​ດັ່ງ​ເຍືອງຜາ. ຈົ່ງ​ໃຫ້​ສະເໜ່​ຂອງ​ນາງ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກໃຈ ຈົ່ງ​ໃຫ້​ຄວາມຮັກ​ຂອງ​ນາງ​ຈັບໃຈ​ຂອງເຈົ້າ​ໄວ້.


ຈົ່ງ​ອອກ​ໜີ​ຈາກ​ບ້ວງແຮ້ວ​ດັ່ງ​ນົກ​ຫລື​ກວາງ​ທີ່​ກຳລັງ​ປົບໜີ​ຈາກ​ນາຍພານ.


ວັນໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງຢ້ຽມ​ເຮືອນ​ຂອງເຮົາ


ໂອ ສຸດທີ່ຮັກ​ຂອງນ້ອງ ຮູບ​ຫລໍ່​ແລະ​ງາມຫລາຍ ປ່າຫຍ້າ​ຂຽວສົດ ຈະ​ເປັນ​ຕຽງນອນ​ຂອງອ້າຍ​ກັບ​ນ້ອງ;


ຈົນເຖິງ​ຍາມ​ເຊົ້າຕູ່​ເມື່ອ​ມີ​ລົມ​ພັດ​ວີວ​ມາ ຄວາມ​ມືດໜາ​ກໍ​ຂ້ອນ​ຫາຍ​ຈືດຈາງ​ໄປສິ້ນ. ສຸດທີ່ຮັກ​ເອີຍ ມາ​ເຖີດ ຈົ່ງ​ກັບ​ມາ​ດັ່ງ​ເຍືອງ​ເຖິກ ດັ່ງ​ກວາງໜຸ່ມເຖິກ​ທີ່​ເທິງ​ພູ​ເບັດເອ​ພຸ້ນ.


ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ກັບ​ຂ້ອຍ​ເຖີດ ໃນ​ນາມ​ກວາງ​ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.


ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ໃນ​ນາມ​ກວາງ ແລະ​ເຍືອງ​ເຖິກ​ທີ່​ວ່ອງໄວ​ໃຈ​ກ້າ ຈົ່ງ​ສາບານ​ໄວ້​ວ່າ​ພວກເຈົ້າ​ຈະ​ບໍ່​ກຸກກວນ ຄວາມຮັກ​ຂອງ​ພວກຂ້ອຍ.


ທີ່ຮັກ​ຂອງນ້ອງ​ເອີຍ ຈົ່ງ​ມາ​ຫາ​ນ້ອງ​ເຖີດ ມາ​ດັ່ງ​ເຍືອງ​ເຖິກ ແລະ​ດັ່ງ​ກວາງໜຸ່ມ​ຢູ່​ເທິງ​ພູເຂົາ ບ່ອນ​ທີ່​ມີ​ຕົ້ນ​ກະຖິນເທດ​ເກີດຂຶ້ນ.


ແລ້ວ​ທັງສອງ​ກໍ​ເລົ່າ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຕາມທາງ ແລະ​ການ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເພິ່ນ​ຮູ້ຈັກ​ພຣະອົງເອງ​ໂດຍ​ການ​ຫັກ​ເຂົ້າຈີ່​ນັ້ນ.


ເອຊາຢາ​ກ່າວ​ດັ່ງນີ້ ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ແລະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຂອງ​ພຣະອົງ.


ເຈົ້າ​ທັງຫລາຍ​ຄົ້ນ​ຫາ​ໃນ​ພຣະຄຳພີ ເພາະ​ຄິດ​ວ່າ​ຈະ​ພົບ​ຊີວິດ​ນິຣັນດອນ ແມ່ນ​ພຣະຄຳພີ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ເຮົາ,


ຖ້າ​ເຈົ້າ​ທັງຫລາຍ​ເຊື່ອ​ໃນ​ໂມເຊ​ຢ່າງ​ແທ້ຈິງ ພວກເຈົ້າ​ກໍ​ຄົງ​ຈະ​ເຊື່ອ​ໃນ​ເຮົາ​ແລ້ວ​ເໝືອນກັນ ເພາະ​ໂມເຊ​ໄດ້​ຂຽນ​ໄວ້​ກ່ຽວກັບ​ເລື່ອງ​ເຮົາ.


ເພາະວ່າ​ດຽວ​ນີ້​ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ, ແຕ່​ວ່າ​ເວລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ. ດຽວ​ນີ້​ຄວາມຮູ້​ຂອງເຮົາ​ບໍ່​ສົມບູນ, ແຕ່​ເວລາ​ນັ້ນ ເຮົາ​ຈະ​ຮູ້​ຢ່າງ​ສົມບູນ​ເໝືອນ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຮົາ​ແລ້ວ.


ສິ່ງ​ເຫຼົ່ານັ້ນ ເປັນ​ພຽງແຕ່​ເງົາ​ຂອງ​ເຫດການ​ໃນ​ອະນາຄົດ ແຕ່​ຕົວຈິງ​ນັ້ນ​ແມ່ນ​ພຣະຄຣິດ.


ດ້ວຍວ່າ, ກົດບັນຍັດ​ນັ້ນ ເປັນ​ພຽງແຕ່​ເງົາ ທີ່​ເລັງ​ເຖິງ​ສິ່ງ​ປະເສີດ​ທັງຫລາຍ ທີ່​ຈະ​ມາ​ພາຍໜ້າ​ນັ້ນ ແລະ​ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫຼົ່ານັ້ນ, ເຄື່ອງ​ບູຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ສະເໝີ​ມາ ຕາມ​ກົດບັນຍັດ​ນັ້ນ ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ມາ​ເຂົ້າ​ເຝົ້າ​ພຣະເຈົ້າ​ເຖິງ​ທີ່​ສຳເລັດ​ຄົບຖ້ວນ​ໄດ້​ຈັກເທື່ອ


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


ຝ່າຍແມ່​ສີເສຣາ​ນັ້ນ ນາງ​ກໍ​ເຝົ້າເບິ່ງ ທາງ​ປ່ອງຢ້ຽມ​ອອກ​ມາ ຫລຽວ​ຜ່ານ​ຕະໜ່າງ​ດ້ວຍ​ສຽງ​ຮ້ອງໄຫ້​ຄໍ່າຄວນ. ນາງ​ຖາມ​ວ່າ, ‘ເປັນຫຍັງ​ລົດຮົບ​ສີເສຣາ​ກັບ​ມາ​ຊ້າ​ນໍ ເປັນຫຍັງ​ຝູງມ້າ​ຂອງ​ລາວ​ຈຶ່ງ​ກັບ​ມາ​ຊ້າ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka