ຍອດເພງ 2:8 - ພຣະຄຳພີສັກສິ8 ຈົ່ງຟັງເຖີດ ນັ້ນແມ່ນສຽງຄົນຮັກຂອງຂ້ອຍໃດ ຈົ່ງເບິ່ງພຸ້ນດູ ລາວກຳລັງແລ່ນມາໃກ້ ລາວແລ່ນມາຫາຂ້ອຍ ກະໂດດຂ້າມໜ່ວຍພູມາ ແລ່ນແຂ່ງຂ້າມເນີນພູຟ້າວຟັ່ງມາຫາຂ້ອຍ. Uka jalj uñjjattʼäta |
ຈິດໃຈນ້ອງຮູ້ເມື່ອຂຶ້ນໃນຂະນະທີ່ນອນຫລັບໄປ ນ້ອງຝັນວ່າຄົນຮັກຢືນເຄາະຢູ່ທີ່ປະຕູຫ້ອງ. ທີ່ຮັກຂອງອ້າຍ ຂໍໃຫ້ເຂົ້າໄປຂ້າງໃນຫ້ອງນ້ອງສາ ນ້ອງສາວຂອງອ້າຍ, ຄູ່ຮັກຂອງອ້າຍເອີຍ ນົກເຂົາຂອງອ້າຍ, ຍິງດີທີ່ສຸດຂອງອ້າຍເອີຍ. ສ່ວນນໍ້າຄ້າງນັ້ນກໍເຕັມຢູ່ເທິງຫົວ ຜົມຂອງອ້າຍກໍຊຸ່ມໄປດ້ວຍນໍ້າໝອກໃນກາງຄືນ.