7 ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ເນັບທາລີ ເປັນດັ່ງກວາງນ້ອຍຮອຍງາມຍ່າງສະຫງ່າ ແລ່ນລ່າເລີງເລາະຫລິ້ນເສລີແທ້ຕາມພົງໄພ; ດັ່ງພັນໄມ້ດີມີເຊື້ອງາມງ່າງາມຕາ ເກີດລູກມາຊ່າງໜ້າຊົມ ຊື່ນອາຣົມສົມໃຈແທ້.
ພຣະອົງເຮັດໃຫ້ຂ້ານ້ອຍຍ່າງຄ່ອງແຄ້ວດັ່ງໂຕກວາງ ພຣະອົງຊົງຮັກສາໃຫ້ຂ້ານ້ອຍປອດໄພຢູ່ເທິງພູສູງ.
ຄືຜູ້ທີ່ເປັນໜ້າຮັກດັ່ງກວາງແມ່ ແລະງາມສະຫງ່າດັ່ງເຍືອງຜາ. ຈົ່ງໃຫ້ສະເໜ່ຂອງນາງເຮັດໃຫ້ເຈົ້າມີຄວາມສຸກໃຈ ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້.
ຈົ່ງອອກໜີຈາກບ້ວງແຮ້ວດັ່ງນົກຫລືກວາງທີ່ກຳລັງປົບໜີຈາກນາຍພານ.
ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
ຈົນເຖິງຍາມເຊົ້າຕູ່ເມື່ອມີລົມພັດວີວມາ ຄວາມມືດໜາກໍຂ້ອນຫາຍຈືດຈາງໄປສິ້ນ. ສຸດທີ່ຮັກເອີຍ ມາເຖີດ ຈົ່ງກັບມາດັ່ງເຍືອງເຖິກ ດັ່ງກວາງໜຸ່ມເຖິກທີ່ເທິງພູເບັດເອພຸ້ນ.
ຄົນຮັກຂອງຂ້ອຍເປັນດັ່ງກວາງໜຸ່ມ ແລະເຍືອງເຖິກ ຫັ້ນເດ ລາວຢືນຜົກຢູ່ທາງດ້ານຫລັງກຳແພງພຸ້ນ ລາວແນມໄປທາງປ່ອງຢ້ຽມແລະກວດເບິ່ງທຸກທາງ ຕາມປ່ອງຢ້ຽມຜ່ານຕາໜ່າງຄອຍຜົກຈອບເບິ່ງ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ໃນນາມກວາງ ແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ປາກລາວຫວານຊື່ນ ເປັນໜ້າຈູບອີ່ຫລີ ທຸກສິ່ງໃນຕົວລາວ ເຮັດໃຫ້ຂ້ອຍໄຝ່ຝັນຫາເລື້ອຍ. ຄົນຮັກຂອງຂ້ອຍ ກໍເປັນດັ່ງນີ້ແຫລະ ເປັນທັງເພື່ອນແທ້ ແລະທີ່ຮັກຂອງຂ້ອຍຄືກັນ.
ທີ່ຮັກຂອງນ້ອງເອີຍ ຈົ່ງມາຫານ້ອງເຖີດ ມາດັ່ງເຍືອງເຖິກ ແລະດັ່ງກວາງໜຸ່ມຢູ່ເທິງພູເຂົາ ບ່ອນທີ່ມີຕົ້ນກະຖິນເທດເກີດຂຶ້ນ.
ລູກສາວນະຄອນເຢຣູຊາເລັມເອີຍ ຈົ່ງສາບານກັບຂ້ອຍເຖີດ ວ່າພວກເຈົ້າຈະບໍ່ກຸກກວນຄວາມຮັກຂອງພວກຂ້ອຍ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຊົງເປັນກຳລັງຂອງຂ້ານ້ອຍ. ພຣະອົງເຮັດໃຫ້ຂ້ານ້ອຍແລ່ນທຸ່ນທ່ຽງເໝືອນດັ່ງກວາງ ແລະຮັກສາຂ້ານ້ອຍໃຫ້ປອດໄພ ຢູ່ທີ່ເທິງພູທັງຫລາຍນັ້ນ.
ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລ້ວມະຫາປະໂຣຫິດໄດ້ເວົ້າຕໍ່ພຣະອົງອີກວ່າ, “ໃນນາມຂອງພຣະເຈົ້າອົງຊົງຊີວິດຢູ່ ໃຫ້ເຈົ້າສາບານວ່າ, ‘ເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າ.”’