6 ມືກໍ້າຊ້າຍຂອງລາວນັ້ນແຕະຕ້ອງທີ່ລຸ່ມຫົວ ແລະມືກໍ້າຂວາລູບຄຳທົ່ວທັງຕົນຕົວຂ້ອຍ.
ຈົ່ງຮັກແພງປັນຍາ ແລະປັນຍາຈະເຮັດໃຫ້ເຈົ້າຍິ່ງໃຫຍ່ ຈົ່ງກອດເອົາປັນຍາໄວ້ ເພາະປັນຍາຈະນຳເອົາກຽດສັກສີມາສູ່ເຈົ້າ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ໃນນາມກວາງ ແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ເຮົາຈະເຮັດດີຕໍ່ພວກເຂົາດ້ວຍຄວາມເຕັມໃຈ ແລະເຮົາກໍຈະໃຫ້ພວກເຂົາຢູ່ໃນດິນແດນນີ້ຕະຫລອດໄປ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ ພວກເຈົ້າໄດ້ມີໄຊດ້ວຍຣິດອຳນາດຂອງພຣະອົງ ພຣະອົງຈະເປັນສຸກໃຈຍ້ອນພວກເຈົ້າທັງຫລາຍ ໃນຄວາມຮັກນັ້ນຈະຊົງໃຫ້ຊີວິດໃໝ່ແກ່ພວກເຈົ້າ. ພຣະອົງຈະຂັບຮ້ອງດີໃຈເໜືອພວກເຈົ້າທັງຫລາຍ
ເຈົ້າສາວຍ່ອມເປັນຂອງເຈົ້າບ່າວ, ແຕ່ພໍໄດ້ຍິນສຽງເຈົ້າບ່າວ ເພື່ອນຂອງເຈົ້າບ່າວທີ່ຢືນຟັງຢູ່ ກໍດີໃຈຢ່າງເຕັມປ່ຽມ ຢ່າງນັ້ນແຫຼະ ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ.