5 ຂໍໃຫ້ຂ້ອຍໄດ້ກິນໝາກອະງຸ່ນ ເພື່ອໃຫ້ມີແຮງຂຶ້ນ ແລະໃຫ້ຂ້ອຍໄດ້ກິນໝາກຈອງ ເພື່ອໃຫ້ໄດ້ຊື່ນໃຈຂຶ້ນ ເພາະຂ້ອຍປ່ວຍເປັນໂຣກຄວາມຮັກ.
ແລະແຈກອາຫານໃຫ້ແກ່ທຸກຄົນ. ເພິ່ນໄດ້ແຈກໃຫ້ຊາວອິດສະຣາເອນທັງຊາຍແລະຍິງດັ່ງນີ້: ເຂົ້າຈີ່ຜູ້ລະກ້ອນ ຊີ້ນປີ້ງຜູ້ລະຕ່ອນ ແລະໝາກອະງຸ່ນແຫ້ງ. ແລ້ວແຕ່ລະຄົນກໍກັບເມືອບ້ານເຮືອນຂອງໃຜລາວ.
ແລະແຈກຢາຍອາຫານໃຫ້ພວກເຂົາທຸກຄົນ. ເພິ່ນໄດ້ເອົາເຂົ້າຈີ່ຢາຍໃຫ້ຜູ້ຊາຍ ແລະຜູ້ຍິງໃນຊາດອິດສະຣາເອນ ຄົນລະກ້ອນ, ຊີ້ນປີ້ງຄົນລະຕ່ອນ, ແລະໝາກອະງຸ່ນແຫ້ງ.
ຂ້ານ້ອຍຕິດພັນຢູ່ກັບພຣະອົງສະເໝີ ແລະມືຂອງພຣະອົງກໍຮັກສາຂ້ານ້ອຍໄວ້ໃຫ້ປອດໄພ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ຖ້າພົບຄົນຮັກທີ່ຂ້ອຍເວົ້າເຖິງ ກໍຂໍໃຫ້ບອກລາວດ້ວຍ. ຈົ່ງບອກໃຫ້ລາວຮູ້ວ່າຂ້ອຍອິດອ່ອນຈິດໃຈ ຍ້ອນຂ້ອຍຫລົງໄຫລຢູ່ໃນຄວາມຮັກລາວນັ້ນ.
ອ້າຍຈະຄ່ອຍປີນກະດືບຂຶ້ນໄປຕາມລຳຕົ້ນຕານ ອ້າຍຈະໃຊ້ມືຈັບໝາກຕານທັງແຊງໄວ້. ສຳລັບອ້າຍ ນົມນ້ອງນັ້ນເປັນດັ່ງພົ້ວໝາກອະງຸ່ນ ສ່ວນລົມຫາຍໃຈ ກໍສໍ່າກິ່ນໝາກຈອງຫອມຫວນຍິ່ງ.
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປ ແລະສະແດງຄວາມຮັກກັບຍິງຄົນໜຶ່ງອີກ ທີ່ມີຄົນຮັກແລ້ວ ແຕ່ໄປຫລີ້ນຊູ້. ໃຫ້ເຈົ້າຮັກນາງດັ່ງພຣະເຈົ້າຢາເວຮັກປະຊາຊົນອິດສະຣາເອນ ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນ ແລະນິຍົມກັນຖວາຍໝາກອະງຸ່ນແຫ້ງ ແກ່ຮູບເຄົາຣົບທັງຫລາຍກໍຕາມ.”
ພວກເພິ່ນຈຶ່ງເວົ້າກັນວ່າ, “ເມື່ອພຣະອົງກຳລັງເວົ້ານຳພວກເຮົາຕາມທາງ ແລະໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງນັ້ນ ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟພາຍໃນພວກເຮົາບໍ່ແມ່ນບໍ?”
ເຮົາລັ່ງເລໃຈຢູ່ໃນລະຫວ່າງສອງຝ່າຍນີ້ ຄືວ່າເຮົາມີຄວາມປາຖະໜາທີ່ຈະຈາກໄປ ເພື່ອຢູ່ກັບພຣະຄຣິດ ຊຶ່ງປະເສີດຫລາຍກວ່າ,