Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 2:4 - ພຣະຄຳພີສັກສິ

4 ລາວ​ພາ​ຂ້ອຍ​ໄປ​ໃນ​ຫ້ອງ​ຫໍໂຮງ ທີ່​ມີ​ງານກິນລ້ຽງ​ໃຫຍ່ ຊຶ່ງ​ມີ​ປ້າຍ​ຂຽນ​ໄວ້​ວ່າ ແດ່​ທີ່ຮັກ​ຂອງຮຽມ

Uka jalj uñjjattʼäta Copia luraña




ຍອດເພງ 2:4
16 Jak'a apnaqawi uñst'ayäwi  

ກະສັດ​ລຸກ​ຢືນ​ຂຶ້ນ​ທັງ​ໃຈຮ້າຍ​ຫລາຍ ແລະ​ອອກ​ຈາກ​ຫ້ອງ​ໜີໄປ​ຂ້າງ​ນອກ​ທີ່​ສວນ​ອຸທະຍານ. ຮາມານ​ເຫັນ​ວ່າ​ກະສັດ​ຕັ້ງໃຈ​ຈະ​ລົງໂທດ​ຕົນ​ເພາະ​ເລື່ອງ​ນີ້; ສະນັ້ນ ລາວ​ຈຶ່ງ​ຢູ່​ຮ້ອງຂໍ​ຣາຊີນີ​ເອສະເທີ​ໃຫ້​ໄວ້​ຊີວິດ​ຕົນ.


ພຣະອົງ​ປົກປັກ​ຮັກສາ​ລາວ, ຄອບຄົວ​ຂອງ​ລາວ ແລະ​ສິ່ງຂອງ​ທີ່​ລາວ​ມີ​ນັ້ນ​ຕະຫລອດ​ມາ. ພຣະອົງ​ອວຍພອນ​ທຸກໆ​ສິ່ງ​ທີ່​ລາວ​ເຮັດ ແລະ​ໃຫ້​ລາວ​ມີ​ຝູງງົວ​ຈົນ​ເຕັມ​ເມືອງ.


ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເຖິງ​ຄວາມ​ມີໄຊ​ຂອງ​ທ່ານ​ຍ້ອນ​ພຣະເຈົ້າຢາເວ ແລະ​ສະຫລອງ​ໄຊຊະນະ​ໂດຍ​ຖວາຍ​ຄຳສັນລະເສີນ ຂໍ​ຊົງ​ຕອບ​ທ່ານ ຕາມ​ຄຳພາວັນນາ​ອະທິຖານ​ທຸກຢ່າງ​ເຖີດ.


ພຣະອົງ​ຕັກເຕືອນ​ພວກ​ທີ່​ຢຳເກງ​ພຣະອົງ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຫລົບ​ໜີ​ຈາກ​ການທຳລາຍ.


ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ​ພຽງແຕ່​ວັນດຽວ ກໍດີກວ່າ​ພັນວັນ​ຢູ່​ໃນ​ທີ່​ອື່ນໆ. ໄດ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າ ກໍດີກວ່າ​ໄດ້​ຢູ່​ໃນ​ເຮືອນ​ຂອງ​ຄົນຊົ່ວຮ້າຍ.


ເປັນ​ບົດເພງ​ອັນ​ໜ້າ​ອອນຊອນ​ທີ່ສຸດ​ຂອງ​ໂຊໂລໂມນ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ງາມ​ເທົ່າກັບ​ຕີຣະຊາ ເມືອງ​ແຫ່ງ​ຄວາມ​ງາມ​ຍິ່ງ. ທັງ​ໜ້າຮັກແພງ​ດ້ວຍ ດັ່ງ​ນະຄອນ​ເຢຣູຊາເລັມ ແລະ​ໜ້າຫລົງໄຫລ​ດັ່ງ​ເມືອງ​ຍິ່ງໃຫຍ່​ເຫຼົ່ານີ້.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka