ຍອດເພງ 2:3 - ພຣະຄຳພີສັກສິ3 ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ. Uka jalj uñjjattʼäta |
ແຕ່ລະຟາກຂອງລຳນໍ້ານັ້ນຈະມີຕົ້ນໄມ້ທຸກຊະນິດ ເກີດຂຶ້ນເພື່ອເປັນອາຫານ. ໃບຂອງຕົ້ນໄມ້ເຫຼົ່ານີ້ຈະບໍ່ຫ່ຽວແຫ້ງຈັກເທື່ອ ແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດໝາກຈັກເທື່ອ. ຕົ້ນໄມ້ເຫຼົ່ານີ້ຈະໃຫ້ໝາກໄມ້ສົດແຕ່ລະເດືອນ ເພາະໄດ້ຮັບນໍ້າລໍ່ລ້ຽງ ທີ່ໄຫລມາຈາກພຣະວິຫານ. ຕົ້ນໄມ້ຕ່າງໆຈະໃຫ້ໝາກໄມ້ເປັນອາຫານ ແລະໃບຂອງມັນກໍຈະຖືກນຳມາເພື່ອໃຊ້ໃນການປິ່ນປົວຄົນ.”
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.