2 ດອກລີລານັ້ນ ຢູ່ທ່າມກາງໜາມສັນໃດ ຄົນຮັກຂອງອ້າຍ ກໍຢູ່ທ່າມກາງຍິງອື່ນສັນນັ້ນ.
ນ້ອງເປັນພຽງດອກໄມ້ປ່າຢູ່ໃນທົ່ງຊາໂຣນ ແລະເປັນດອກລີລາຢູ່ຕາມຮ່ອມພູພຸ້ນ.
ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ.
ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ ກົກໄມ້ຫອມຈະເກີດຂຶ້ນແທນກໍໜາມ. ການນີ້ຈະເປັນໝາຍສຳຄັນທີ່ຈະດຳລົງຢູ່ສືບໄປ ຄືເຕືອນເຖິງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ.”
“ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ.
ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.