11 ອັນລະດູໜາວນັ້ນ ມັນຜ່ານໄປແລ້ວເດ ຟ້າທີ່ເທຝົນລົງມາ ກໍເຊົາຕົກສາແລ້ວ.
ພຣະອົງໄດ້ຕັ້ງເວລາອັນເໝາະສົມໄວ້ສຳລັບທຸກສິ່ງ. ພຣະອົງຢາກໃຫ້ມະນຸດຮູ້ຈັກອະດີດ ແລະອະນາຄົດ, ແຕ່ມະນຸດເຂົ້າໃຈບໍ່ໄດ້ຢ່າງເຕັມປ່ຽມຕໍ່ສິ່ງທີ່ພຣະອົງໄດ້ຊົງກະທຳ ຕັ້ງແຕ່ອະດີດຕະການເຖິງອະວະສານ.
ພຣະອົງຕັ້ງເວລາສຳລັບໂສກເສົ້າ ແລະເວລາສຳລັບຊົມຊື່ນຍິນດີ ເວລາສຳລັບໄວ້ທຸກ ແລະເວລາສຳລັບຟ້ອນລຳ
ແລ້ວຄົນຮັກຂອງຂ້ອຍກໍລັ່ນປາກໄຂວາຈາ ແລະສົນທະນາປາໄສກັບຂ້ອຍວ່າດັ່ງນີ້: ທີ່ຮັກຂອງອ້າຍ ຈົ່ງລຸກມາສາ ໂອ ຄົນງາມຂອງອ້າຍເອີຍ ຈົ່ງມາຫາອ້າຍເຖີດ
ມວນມາລີຕ່າງກໍພືກີບຢູ່ຕາມທ້ອງທົ່ງນາ ແລະມວນມາລາຕ່າງກໍເບັ່ງບານຄືກັນດ້ວຍ. ລະດູນີ້ແມ່ນເວລາຮ້ອງລຳທຳເພງ ທົ່ວທ້ອງທົ່ງນາກໍໄດ້ຍິນແຕ່ສຽງນົກເຂົາຂັນຮ້ອງ.
ຈົ່ງຊູໃຈປະຊາຊົນຊາວນະຄອນເຢຣູຊາເລັມ ຈົ່ງບອກວ່າ, ພວກເຂົາທົນທຸກດົນນານພໍແລ້ວ ບັດນີ້ການບາບຂອງພວກເຂົາທັງຫລາຍ ກໍໄດ້ຮັບອະໄພ ເສຍແລ້ວ. ພຣະເຈົ້າຢາເວໄດ້ລົງໂທດລົງທັນພວກເຂົາ ໃຫ້ສົມກັບບາບກຳທີ່ພວກເຂົາໄດ້ກະທຳແລ້ວ.”
ຜູ້ໃດໂສກເສົ້າກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ການຊົງເລົ້າໂລມ
ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງອົງພຣະຜູ້ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມສະຫວ່າງແລ້ວ.