Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 2:10 - ພຣະຄຳພີສັກສິ

10 ແລ້ວ​ຄົນຮັກ​ຂອງຂ້ອຍ​ກໍ​ລັ່ນປາກ​ໄຂ​ວາຈາ ແລະ​ສົນທະນາ​ປາໄສ​ກັບ​ຂ້ອຍ​ວ່າ​ດັ່ງນີ້: ທີ່ຮັກ​ຂອງອ້າຍ ຈົ່ງ​ລຸກ​ມາ​ສາ ໂອ ຄົນງາມ​ຂອງອ້າຍ​ເອີຍ ຈົ່ງ​ມາ​ຫາ​ອ້າຍ​ເຖີດ

Uka jalj uñjjattʼäta Copia luraña




ຍອດເພງ 2:10
18 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ຕໍ່​ຂ້ານ້ອຍ ຜູ້​ຄຸ້ມຄອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ກະສັດ​ຜູ້​ທີ່​ປົກຄອງ​ດ້ວຍ​ຄວາມ​ຍຸດຕິທຳ ແລະ​ປົກຄອງ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າ.


ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ທີ່ຮັກ​ຂອງອ້າຍ ນ້ອງ​ງາມ​ສະຫງ່າ ຈຶ່ງ​ກວນ​ໃຈ​ຜູ້ຊາຍ ດັ່ງ​ມ້າ​ແມ່​ທີ່​ຍ່າງ​ທຽມ​ລົດຮົບ​ກະສັດ​ຟາໂຣ​ພຸ້ນ.


ອັນ​ລະດູໜາວ​ນັ້ນ ມັນ​ຜ່ານ​ໄປ​ແລ້ວເດ ຟ້າ​ທີ່​ເທ​ຝົນ​ລົງ​ມາ ກໍ​ເຊົາ​ຕົກ​ສາ​ແລ້ວ.


ສ່ວນ​ຕົ້ນ​ເດື່ອເທດ​ນັ້ນ ໝາກ​ມັນ​ກໍ​ກຳລັງ​ສຸກ ຕົ້ນອະງຸ່ນ​ດອກບານ​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວແຄວ້ນ. ທີ່ຮັກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ມາ​ຫາ​ອ້າຍ​ສາ​ເທາະ ຈົ່ງ​ໄປ​ກັບ​ອ້າຍ​ສາ​ເຖີດ ຄົນ​ງາມ​ຂອງ​ອ້າຍ​ເອີຍ


ຈົ່ງ​ຟັງ​ເຖີດ ນັ້ນ​ແມ່ນ​ສຽງ​ຄົນ​ຮັກ​ຂອງຂ້ອຍ​ໃດ ຈົ່ງ​ເບິ່ງ​ພຸ້ນ​ດູ ລາວ​ກຳລັງ​ແລ່ນ​ມາ​ໃກ້ ລາວ​ແລ່ນ​ມາ​ຫາ​ຂ້ອຍ ກະໂດດ​ຂ້າມ​ໜ່ວຍ​ພູ​ມາ ແລ່ນ​ແຂ່ງ​ຂ້າມ​ເນີນພູ​ຟ້າວຟັ່ງ​ມາ​ຫາ​ຂ້ອຍ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ ແລະ​ຍ່າງ​ຜ່ານ​ໄປ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານ​ພາສີ ພຣະອົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.” ຝ່າຍ​ມັດທາຍ​ກໍ​ລຸກ​ຂຶ້ນ ແລະ​ຕິດຕາມ​ພຣະອົງ​ໄປ.


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka