Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 2:1 - ພຣະຄຳພີສັກສິ

1 ນ້ອງ​ເປັນ​ພຽງ​ດອກໄມ້​ປ່າ​ຢູ່​ໃນ​ທົ່ງ​ຊາໂຣນ ແລະ​ເປັນ​ດອກ​ລີລາ​ຢູ່​ຕາມ​ຮ່ອມພູ​ພຸ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 2:1
10 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ອາໄສ​ໃນ​ເຂດແດນ​ບາຊານ​ແລະ​ກີເລອາດ ໃນ​ເມືອງ​ທັງຫລາຍ​ໃນ​ທີ່ນັ້ນ​ແລະ​ຕາມ​ທົ່ງຫຍ້າ​ຂອງ​ຊາໂຣນ.


ຄວາມສັດຊື່​ຂອງ​ຄົນ​ຈະ​ຟົ້ງ​ຈາກ​ແຜ່ນດິນ​ຂຶ້ນ​ໄປ ແລະ​ສະຫວັນ​ຈະ​ສ່ອງ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ລົງ​ມາ.


ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.


ແກ້ມ​ລາວ​ເປັນ​ຕາຮັກ​ງາມ​ດັ່ງ​ສວນ​ຜັກ ທີ່​ເຕັມ​ແຕ່​ເຄື່ອງເທດ ຂອງຫອມ​ນາໆ​ຊະນິດ​ດ້ວຍ. ສ່ວນ​ຮິມສົບ​ລາວ​ນັ້ນ ເປັນ​ດັ່ງ​ດອກ​ລີລາ​ເບັ່ງບານ ທີ່​ປຽກຊຸ່ມ​ດ້ວຍ​ນໍ້າຫອມ ຢາງໄມ້​ຫອມ​ຊັ້ນ​ດີເລີດ.


ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ຄົນຮັກ​ນັ້ນ​ເປັນ​ຂອງຂ້ອຍ ຂ້ອຍ​ກໍ​ເປັນ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງຕົນ​ຢູ່​ທ່າມກາງ​ດອກ​ຊ້ອນ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ເຮົາ​ຈະ​ເຮັດ​ຕໍ່​ຊາດ​ອິດສະຣາເອນ​ດັ່ງ​ສາຍ​ຝົນ ທີ່​ຕົກ​ລິນ​ມາ​ໃນ​ດິນແດນ​ທີ່​ແຫ້ງແລ້ງ. ພວກເຂົາ​ຈະ​ເບີກບານ​ເໝືອນ​ໝູ່​ມວນ​ມາລີ ຢັ່ງຮາກ​ໝັ້ນຄົງ​ດັ່ງ​ຕົ້ນໄມ້​ທີ່​ເລບານອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka