Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 1:8 - ພຣະຄຳພີສັກສິ

8 ໂອ ສຸດທີ່ຮັກ​ຂອງອ້າຍ ນ້ອງ​ບໍ່​ຮູ້ຈັກ​ບ່ອນ​ນັ້ນ​ບໍ? ຖ້າ​ນ້ອງ​ບໍ່​ຮູ້ຈັກ ໃຫ້​ຕາມຮອຍ​ຝູງສັດ​ໄປ​ທີ່​ນັ້ນ; ຈົ່ງ​ຊອກຫາ​ທົ່ງຫຍ້າ​ສຳລັບ​ຝູງແບ້​ຂອງນ້ອງ​ແດ່ ຢູ່​ໃກ້ໆ​ຜ້າເຕັນ​ພຸ້ນ​ບ່ອນ​ທີ່​ພວກ​ລ້ຽງແກະ​ພັກເຊົາ.

Uka jalj uñjjattʼäta Copia luraña




ຍອດເພງ 1:8
25 Jak'a apnaqawi uñst'ayäwi  

ປະຊາຊົນ​ຜູ້​ສັດຊື່​ທີ່​ອາໄສ​ຢູ່​ໃນ​ດິນແດນ ຄື​ພວກ​ທີ່​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ກັບ​ພວກເຂົາ.


ຄວາມງາມ​ຂອງເຈົ້າ​ຈະ​ເຮັດ​ໃຫ້​ກະສັດ​ປາຖະໜາ ຈົ່ງ​ເຊື່ອຟັງ​ເພິ່ນ​ເພາະ​ເພິ່ນ​ເປັນ​ນາຍ​ຂອງເຈົ້າ.


ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.


ຄົນ​ທີ່​ຟັງ​ເຮົາ​ນັ້ນ ລາວ​ຈະ​ມີ​ຄວາມສຸກ ຄື​ຜູ້​ທີ່​ຄອຍ​ຢູ່​ທີ່​ປະຕູ​ເຮືອນ​ຂອງເຮົາ​ທຸກໆ​ວັນ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ແລ້ວ​ຄົນຮັກ​ຂອງຂ້ອຍ​ກໍ​ລັ່ນປາກ​ໄຂ​ວາຈາ ແລະ​ສົນທະນາ​ປາໄສ​ກັບ​ຂ້ອຍ​ວ່າ​ດັ່ງນີ້: ທີ່ຮັກ​ຂອງອ້າຍ ຈົ່ງ​ລຸກ​ມາ​ສາ ໂອ ຄົນງາມ​ຂອງອ້າຍ​ເອີຍ ຈົ່ງ​ມາ​ຫາ​ອ້າຍ​ເຖີດ


ທີ່ຮັກ​ຂອງອ້າຍ​ເອີຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ຕາ​ນ້ອງ​ໜ້າຮັກ​ແລະ​ຜ່ອງໃສ ໃນ​ຜ້າ​ຄຸມ​ທີ່​ປົກ​ໜ້າ. ຜົມ​ນ້ອງ​ປີວສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ສຸດທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ​ແທ້ ງາມ​ຄົບຖ້ວນ​ທຸກປະການ​ຈົນ​ຫາ​ທີ່ຕິ​ບໍ່ໄດ້.


ເຈົ້າ​ຜູ້​ງາມ​ຍິ່ງ ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ເຈົ້າ​ແຕກຕ່າງ​ຫຍັງ​ກັບ​ຊາຍ​ຄົນອື່ນ? ມີ​ຫຍັງ​ແດ່​ໃນ​ລາວ​ນັ້ນ ທີ່​ວິເສດ​ວິໂສ​ໜັກໜາ ທີ່​ພວກຂ້ອຍ​ຕ້ອງ​ໃຫ້​ຄຳສັນຍາ​ຕາມ​ທີ່​ເຈົ້າ​ຂໍ​ນັ້ນ?


ເຈົ້າ​ຜູ້​ງາມ​ຍິ່ງ​ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ຂອງເຈົ້າ​ຫາຍ​ໜີໄປ​ໃສ​ກັນ​ແທ້? ຈົ່ງ​ບອກ​ໃຫ້​ພວກຂ້ອຍ​ຮູ້ວ່າ​ຄົນຮັກ​ຂອງເຈົ້າ​ໄປ​ໃສ ເພື່ອ​ວ່າ​ພວກຂ້ອຍ​ຈະ​ຊ່ວຍ​ຊອກຫາ​ລາວ​ໃຫ້​ເຈົ້າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ຢຸດ​ຢູ່​ທີ່​ທາງ​ສີ່​ແຍກ​ແລະ​ແນມ​ເບິ່ງ. ຈົ່ງ​ຖາມ​ຫາ​ຫົນທາງ​ດັ້ງເດີມ​ແລະ​ຫົນທາງ​ອັນ​ດີເລີດ​ນັ້ນ​ວ່າ​ຢູ່​ໃສ. ຈົ່ງ​ເດີນ​ໄປ​ຕາມ​ທາງນັ້ນ​ແລະ​ພວກເຈົ້າ​ກໍ​ຈະ​ພົບ​ຄວາມ​ຢູ່ເຢັນ​ເປັນສຸກ.” ແຕ່​ພວກເຂົາ​ເວົ້າ​ວ່າ, “ບໍ່ ພວກເຮົາ​ຈະ​ບໍ່​ເຮັດ​ດອກ.”


ຫລັງຈາກ​ກິນ​ເຂົ້າ​ແລ້ວ ພຣະເຢຊູເຈົ້າ​ກ່າວ​ແກ່​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ຫລາຍກວ່າ​ສິ່ງ​ເຫຼົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ພຣະອົງເຈົ້າ​ເອີຍ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ.” ພຣະອົງ​ຈຶ່ງ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງເຮົາ​ເດີ.”


ເຈົ້າ​ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດ.


ເພື່ອ​ພຣະອົງ​ນັ້ນ​ຈະ​ໄດ້​ຮັບ​ຄຣິສຕະຈັກ​ສຳລັບ​ພຣະອົງ​ເອງ ຄື​ຄຣິສຕະຈັກ​ທີ່​ມີ​ສະຫງ່າຣາສີ ບໍ່ມີ​ຈຸດ​ດ່າງພອຍ ຫລື​ຮອຍ​ຫ່ຽວແຫ້ງ ແລະ​ສິ່ງ​ອື່ນໆ​ໃນ​ທຳນອງ​ນັ້ນ ເພື່ອ​ຄຣິສຕະຈັກ​ຈະ​ບໍຣິສຸດ​ບໍ່ມີ​ຕຳໜິ.


ຈົ່ງ​ລະນຶກເຖິງ​ພວກ​ຜູ້ນຳ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ໄດ້​ປະກາດ​ພຣະທຳ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ສຸດທ້າຍ​ແຫ່ງ​ຊີວິດ​ຂອງ​ພວກເພິ່ນ ແລະ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫຼົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ​ພຽນ​ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຖືກ​ພຣະເຈົ້າ​ຊົງ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ ກໍ​ໂດຍ​ການ​ປະຕິບັດ​ຂອງ​ເພິ່ນ ໃນ​ການ​ຖວາຍ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເທິງ​ແທ່ນບູຊາ.


ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ​ພາກພຽນ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເໝືອນ​ດັ່ງ​ນາງ​ຊາຣາ​ໄດ້​ຍອມ​ຟັງ​ອັບຣາຮາມ ແລະ​ເອີ້ນ​ເພິ່ນ​ວ່າ, “ນາຍ.” ຖ້າ​ພວກເຈົ້າ​ເຮັດ​ດີ ບໍ່​ຕົກໃຈ​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ກາຍເປັນ​ລູກຫລານ​ຂອງ​ນາງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka