5 ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
ການອາໄສຢູ່ທ່າມກາງພວກເຈົ້າກໍຊົ່ວເທົ່າກັບຢູ່ນຳ ຊາວເມເຊັກຫລືນຳປະຊາຊົນແຫ່ງເກດານັ້ນ.
ພຣະເຈົ້າຢາເວຊື່ນບານໃຈແທ້ໃນປະຊາຊົນຂອງພຣະອົງ ພຣະອົງໃຫ້ກຽດຜູ້ທີ່ຖ່ອມຕົວໂດຍໃຫ້ເຂົາໄດ້ໄຊຊະນະ.
ໃນທ່າມກາງບັນດາສະຕຼີຜູ້ທີ່ປະຈຳຢູ່ໃນວັງ ກໍມີບັນດາລູກສາວຂອງກະສັດຢູ່ນຳດ້ວຍ ທີ່ຂ້າງຂວາບັນລັງນັ້ນກໍມີຣາຊີນີຢືນຢູ່ ຜູ້ທີ່ຕົບແຕ່ງດ້ວຍເຄື່ອງເອ້ເປັນຄຳແຫ່ງໂອເຟຍ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ຂໍຊົງໂຜດປະທານພຣະພອນໃຫ້ດຳລົງຢູ່ນຳພວກຂ້ານ້ອຍແດ່ທ້ອນ ຂໍຊົງໂຜດປະທານຄວາມສຳເລັດຜົນໃຫ້ພວກຂ້ານ້ອຍ ໃນທຸກສິ່ງທີ່ພວກຂ້ານ້ອຍກະທຳນັ້ນ.
ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເຖີດ ໃນນາມກວາງແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ຄານຫາມຂອງບັນລັງນີ້ແມ່ນໂອບດ້ວຍເງິນ ຊຶ່ງໃຊ້ດ້າຍປົນຄຳຫຍິບແສ່ວຢ່າງດີທີ່ສຸດດ້ວຍ. ບ່ອນນັ່ງທີ່ເພິ່ນນັ່ງແມ່ນໃຊ້ຜ້າສີມ່ວງຫຸ້ມປົກ ເປັນຜ້າທີ່ງົດງາມຕໍ່າໂດຍສາວແຫ່ງນະຄອນທັງສິ້ນ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ໃນນາມກວາງ ແລະເຍືອງເຖິກທີ່ວ່ອງໄວໃຈກ້າ ຈົ່ງສາບານໄວ້ວ່າພວກເຈົ້າຈະບໍ່ກຸກກວນ ຄວາມຮັກຂອງພວກຂ້ອຍ.
ຮີມສົບນ້ອງກໍເປັນດັ່ງໂບສີແດງເຂັ້ມ ຊຶ່ງໜ້າຮັກທີ່ສຸດເມື່ອເວລານ້ອງເວົ້າ. ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ ເໝືອນໝາກພິລາເຄິ່ງໜ່ວຍ.
ປາກລາວຫວານຊື່ນ ເປັນໜ້າຈູບອີ່ຫລີ ທຸກສິ່ງໃນຕົວລາວ ເຮັດໃຫ້ຂ້ອຍໄຝ່ຝັນຫາເລື້ອຍ. ຄົນຮັກຂອງຂ້ອຍ ກໍເປັນດັ່ງນີ້ແຫລະ ເປັນທັງເພື່ອນແທ້ ແລະທີ່ຮັກຂອງຂ້ອຍຄືກັນ.
ສາວນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຂ້ອຍເຖີດ ຖ້າພົບຄົນຮັກທີ່ຂ້ອຍເວົ້າເຖິງ ກໍຂໍໃຫ້ບອກລາວດ້ວຍ. ຈົ່ງບອກໃຫ້ລາວຮູ້ວ່າຂ້ອຍອິດອ່ອນຈິດໃຈ ຍ້ອນຂ້ອຍຫລົງໄຫລຢູ່ໃນຄວາມຮັກລາວນັ້ນ.
ທີ່ຮັກຂອງອ້າຍ ນ້ອງນາງຊ່າງງາມຫລາຍ ງາມເທົ່າກັບຕີຣະຊາ ເມືອງແຫ່ງຄວາມງາມຍິ່ງ. ທັງໜ້າຮັກແພງດ້ວຍ ດັ່ງນະຄອນເຢຣູຊາເລັມ ແລະໜ້າຫລົງໄຫລດັ່ງເມືອງຍິ່ງໃຫຍ່ເຫຼົ່ານີ້.
ລູກສາວນະຄອນເຢຣູຊາເລັມເອີຍ ຈົ່ງສາບານກັບຂ້ອຍເຖີດ ວ່າພວກເຈົ້າຈະບໍ່ກຸກກວນຄວາມຮັກຂອງພວກຂ້ອຍ.
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ຂ້າພະເຈົ້າວ່າ, “ໃນໜຶ່ງປີເຕັມ ຄວາມຍິ່ງໃຫຍ່ຂອງຄົນໃນເຜົ່າຕ່າງໆຂອງເກດາຈະສິ້ນສຸດໄປ.
ມັນແມ່ນພຣະປະສົງທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້.
ຝູງແກະທັງໝົດຂອງເນບາໂຢດແລະເກດາ ຈະຖືກນຳມາຖວາຍເປັນເຄື່ອງບູຊາແກ່ເຈົ້າ ແລະຖວາຍທີ່ເທິງແທ່ນບູຊາ ພຣະອົງຈະເຮັດໃຫ້ວິຫານຂອງພຣະອົງຮຸ່ງເຮືອງຍິ່ງໆຂຶ້ນ.
ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມພົ້ນມາໃຫ້ນຸ່ງ ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງເຈົ້າບ່າວຕົບແຕ່ງຕົວຄືປະໂຣຫິດ ແລະເໝືອນດັ່ງເຈົ້າສາວປະດັບຕົວດ້ວຍເພັດພອຍ.
ເຈົ້າມີຊື່ສຽງໂດ່ງດັງໃນທຸກໆຊົນຊາດ ຍ້ອນຄວາມງາມອັນບໍ່ມີທີ່ຕິຂອງເຈົ້າ ເພາະເຮົາເປັນຜູ້ໄດ້ເຮັດໃຫ້ເຈົ້າໜ້າຮັກຫລາຍທີ່ສຸດ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ຊາວອາຣັບແລະພວກຜູ້ປົກຄອງດິນແດນເກດາ ກໍເອົາຝູງລູກແກະ, ຝູງແກະ ແລະຝູງແບ້ຈ່າຍເປັນຄ່າສິນຄ້າຂອງເຈົ້າ.
ໃຫ້ສິດສະເໝີກັບຄູ ແລະຂ້ອຍໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ ຖ້າຄົນເອີ້ນຫົວໜ້າຄອບຄົວວ່າ, ເບເອນເຊບູນ ສະມາຊິກໃນຄອບຄົວກໍຈະຖືກປະນາມຍິ່ງກວ່ານັ້ນຫລາຍເທົ່າໃດໜໍ.”
ດັ່ງນັ້ນ ກະສັດຈຶ່ງເຂົ້າໄປເລາະລຽບເບິ່ງບັນດາແຂກຄົນທີ່ມາໃນງານ ແລະເຫັນຊາຍຜູ້ໜຶ່ງທີ່ບໍ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດ.
“ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທຳ ເຈົ້າໄດ້ແກວ່ງກ້ອນຫີນໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວ ທີ່ເຮົາປາຖະໜາ ອ້າແຂນໂອບກອດປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າຊໍ້າພັດບໍ່ຍິນຍອມ
ແຕ່ຜູ້ເປັນພໍ່ເອີ້ນບັນດາຄົນຮັບໃຊ້ຂອງຕົນມາ ເພິ່ນເວົ້າວ່າ, ‘ໄວໆ ຟ້າວເອົາເຄື່ອງຢ່າງດີທີ່ສຸດມາໃຫ້ລູກຂອງເຮົານຸ່ງ ຈົ່ງເອົາແຫວນມາສວມໃສ່ນິ້ວມື ແລະສຸບເກີບໃສ່ຕີນໃຫ້ລູກຂອງເຮົາ.
ແຕ່ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ ແລະຢ່າຈັດຫາອັນໃດເພື່ອສະໜອງຕັນຫາຂອງເນື້ອກາຍ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.
ແຕ່ນະຄອນເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນ ເປັນອິດສະຫລະ ແລະນາງກໍເປັນແມ່ຂອງພວກເຮົາ.
ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າ ໂດຍການຊົງຊຳລະດ້ວຍນໍ້າກັບດ້ວຍຖ້ອຍຄຳ,
ເບິ່ງແມ! ພຣະບິດາເຈົ້າຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍ ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າ ບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ. ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫຼະ.