Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 1:4 - ພຣະຄຳພີສັກສິ

4 ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.

Uka jalj uñjjattʼäta Copia luraña




ຍອດເພງ 1:4
37 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຢາກ​ໃຫ້​ພຣະ​ຣາຊກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຈົດຈຳ ເພາະ​ພຣະອົງ​ມີ​ໃຈ​ເມດຕາ​ແລະ​ກະລຸນາ​ດ້ວຍ.


ຂ້ານ້ອຍ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຮ້ອນຮົນ ເພາະ​ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຂົ້າໃຈ​ຕື່ມ​ອີກ.


ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າ ຢູ່​ຂ້າງ​ໃນ​ພຣະວິຫານ​ນັ້ນ ພວກ​ຂ້ານ້ອຍ​ຄິດເຖິງ​ແຕ່​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ຈິດໃຈ​ຂອງ​ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ແລະ​ອີ່ມໜຳ​ສຳລານ ຂ້ານ້ອຍ​ຈະ​ຮ້ອງເພງ​ຍິນດີ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ພໍ​ຂ້ອຍ​ຈາກ​ພວກເຂົາ​ໄປ​ແລ້ວ ຂ້ອຍ​ກໍໄດ້​ພົບ​ລາວ ຂ້ອຍ​ດຶງ​ເອົາ​ລາວ ແລະ​ບໍ່​ຍອມ​ໃຫ້​ລາວ​ໜີ​ຫ່າງ ຈົນກວ່າ​ຂ້ອຍ​ໄດ້​ຄຽງຂ້າງ​ພາ​ລາວ​ໄປ​ເຮືອນ​ມານດາ ແລະ​ພາເຂົ້າ​ໄປ​ໃນ​ຫ້ອງ​ບ່ອນ​ທີ່​ຂ້ອຍ​ເກີດ​ມາ​ນັ້ນ.


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຮົາ ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ; ຂ້ອຍ​ຈະ​ບອກ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ອວຍພອນ​ແກ່​ປະຊາຊົນ​ຢ່າງ​ບໍ່​ອັ້ນ ຄື​ປະຊາຊົນ​ອິດສະຣາເອນ ເພາະ​ຄວາມ​ເມດຕາ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.


ເຮົາ​ໄດ້​ໃຊ້​ທັງ​ຄວາມຮັກ ແລະ​ຄວາມ​ອ່ອນຫວານ ເປັນ​ເຄື່ອງຊັກຈູງ​ໃຈ​ໃຫ້​ພວກເຂົາ​ກັບ​ມາ​ຫາ​ເຮົາ​ອີກ. ເຮົາ​ໄດ້​ໂຊມ​ພວກເຂົາ​ລຸກ​ຂຶ້ນ​ທັງ​ແນບ​ໃສ່​ແກ້ມ​ເຮົາ ແລະ​ກົ້ມ​ລົງ​ລ້ຽງ​ດູແລ​ພວກເຂົາ​ໄວ້.


ໂອ ລູກ​ສາວ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ຮ້ອງລຳ​ທຳເພງ​ເຖີດ ໂອ ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ຮ້ອງ​ດັງໆ ໂອ ລູກ​ສາວ​ເຢຣູຊາເລັມ​ເອີຍ ຈົ່ງ​ຍິນດີ​ດ້ວຍ​ສຸດ​ຫົວໃຈ​ຂອງເຈົ້າ​ເຖີດ.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ແລະ​ໃນ​ຂະນະທີ່​ພວກເຂົາ​ອອກ​ໄປ​ຊື້​ນໍ້າມັນ​ນັ້ນ ເຈົ້າບ່າວ​ກໍ​ມາ​ຮອດ ແລະ​ຜູ້​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມຣົດ ແລະ​ປະຕູ​ກໍ​ອັດ.


ແຕ່​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກເຈົ້າ​ຮູ້ ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ມາ​ສູ່​ປະຊາຊົນ​ທັງໝົດ.


ແລ້ວ​ພຣະອົງ​ກໍ​ຊົງ​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ ໂດຍ​ຊົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ ຈຶ່ງ​ຍື່ນໃຫ້​ພວກ​ສາວົກ ແລະ​ກ່າວ​ວ່າ, “ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ ຊຶ່ງ​ເປັນ​ທີ່​ປະທານ​ໃຫ້​ສຳລັບ​ເຈົ້າ​ທັງຫລາຍ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ເມື່ອ​ເຮົາ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນດິນ​ໂລກ​ນີ້ ແລ້ວ​ເຮົາ​ຈະ​ຊັກນຳ​ຄົນ​ທັງຫລາຍ​ມາ​ຫາ​ເຮົາ.” (


ບໍ່ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້ ນອກຈາກ​ພຣະບິດາເຈົ້າ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ຊັກນຳ​ຜູ້ນັ້ນ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.


ແລະ​ໄດ້​ຊົງ​ບັນດານ​ໃຫ້​ເຮົາ​ເປັນ​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ແລະ​ຊົງ​ໂຜດ​ໃຫ້​ເຮົາ​ນັ່ງ​ໃນ​ສະຫວັນ​ສະຖານ ດ້ວຍ​ກັນ​ກັບ​ພຣະເຢຊູ​ຄຣິດເຈົ້າ,


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ທຸກ​ເວລາ ເຮົາ​ຂໍ​ຢໍ້າ​ອີກ​ວ່າ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ.


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


ພຣະອົງ​ຜູ້​ທີ່​ພວກເຈົ້າ​ຍັງ​ບໍ່ໄດ້​ເຫັນ ແຕ່​ພວກເຈົ້າ​ກໍ​ຍັງ​ຮັກ​ພຣະອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ພວກເຈົ້າ​ບໍ່​ເຫັນ​ພຣະອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນຊົມ​ຍິນດີ ດ້ວຍ​ຄວາມ​ຍິນດີ​ອັນ​ຮຸ່ງເຮືອງ ຊຶ່ງ​ເຫຼືອ​ທີ່​ຈະ​ອະທິບາຍ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka