Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 1:3 - ພຣະຄຳພີສັກສິ

3 ກິ່ນ​ຫອມຫວນ​ໃນ​ຕົວ​ອ້າຍ​ເຮັດ​ໃຫ້​ນ້ອງ​ໄດ້​ຊື່ນໃຈ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄໍ່າຄວນ​ເຝົ້າ​ສະເໜ່ຫາ​ຢູ່​ບໍ່​ຂາດ ຈຶ່ງ​ບໍ່​ເປັນ​ສິ່ງ​ປະຫລາດ​ທີ່​ຍິງສາວ​ໃດໆ ຈຳ​ຕ້ອງ​ຫລົງໄຫລ​ຍ້ອນ​ຮັກ​ອ້າຍ​ແຕ່​ຜູ້ດຽວ.

Uka jalj uñjjattʼäta Copia luraña




ຍອດເພງ 1:3
26 Jak'a apnaqawi uñst'ayäwi  

ດັ່ງ​ນໍ້າມັນ​ເຈີມ​ອັນ​ປະເສີດ​ທີ່​ໄຫລ​ລົງ​ຈາກ​ຫົວ ແລະ​ໜວດ​ຂອງ​ອາໂຣນ​ແລະ​ຕາມ​ຄໍ​ເສື້ອຄຸມ​ຂອງ​ເພິ່ນ.


ນາງ​ໄດ້​ຖືກ​ນຳ​ໄປ​ຫາ​ກະສັດ ໃນ​ຊຸດ​ຫຍິບແສ່ວ​ເປັນ​ເສື້ອຄຸມ​ຫລາຍ​ສີ ແລະ​ຕິດຕາມ​ໄປ​ດ້ວຍ​ພວກ​ເພື່ອນ​ເຈົ້າສາວ ແລະ​ພວກ​ນາງ​ກໍ​ຖືກ​ນຳ​ເຂົ້າ​ໄປ​ເຝົ້າ​ກະສັດ​ເໝືອນກັນ.


ແລ້ວ​ໂມເຊ​ກໍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ນຳພາ​ປະຊາຊົນ​ເຫຼົ່ານີ້ ແຕ່​ພຣະອົງ​ບໍ່ໄດ້​ສັນຍາ​ວ່າ ຈະ​ສົ່ງ​ຜູ້ໃດ​ມາ​ຊ່ວຍ​ຂ້ານ້ອຍ​ເລີຍ. ພຣະອົງ​ບອກ​ພຽງແຕ່​ວ່າ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ພໍໃຈ​ນຳ​ຂ້ານ້ອຍ.


ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ໃຫ້​ຄຸນຄວາມດີ​ທັງໝົດ​ຂອງເຮົາ ຜ່ານ​ໄປ​ຕໍ່ໜ້າ​ຕໍ່ຕາ​ເຈົ້າ ແລະ​ທັງ​ຈະ​ບອກ​ຊື່​ອັນ​ສັກສິດ​ຂອງເຮົາ​ໃຫ້​ເຈົ້າ​ຮູ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ສຳແດງ​ຄວາມ​ເມດຕາປານີ ຕໍ່​ຜູ້​ທີ່​ເຮົາ​ໄດ້​ເລືອກ​ເອົາ.


ເຄື່ອງ​ສຳອາງ​ແລະ​ນໍ້າຫອມ​ໃຫ້​ຈິດໃຈ​ສົດຊື່ນ, ແຕ່​ຄວາມ​ລຳບາກ​ໃຫ້​ຈິດໃຈ​ລະທົມ.


ຊື່ສຽງ​ດີ​ກໍດີກວ່າ​ນໍ້າຫອມ​ທີ່​ດີເລີດ ແລະ​ມື້​ຕາຍ​ກໍດີກວ່າ​ມື້​ເກີດ.


ແມ່ນ​ຫຍັງ​ນໍ ກຳລັງ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ ດຸດດັ່ງ​ຄວັນ​ທີ່​ເປັນ​ເສົາ​ພຸ່ງ​ຂຶ້ນ ແມ່ນ​ກິ່ນ​ຊວນຊື່ນ​ເຄື່ອງຫອມ​ແລະ​ກຳຍານ​ບໍ? ຊຶ່ງ​ພໍ່ຄ້າ​ທັງຫລາຍ​ໄດ້​ນຳ​ມາ​ຂາຍ​ນັ້ນ.


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ແກ້ມ​ລາວ​ເປັນ​ຕາຮັກ​ງາມ​ດັ່ງ​ສວນ​ຜັກ ທີ່​ເຕັມ​ແຕ່​ເຄື່ອງເທດ ຂອງຫອມ​ນາໆ​ຊະນິດ​ດ້ວຍ. ສ່ວນ​ຮິມສົບ​ລາວ​ນັ້ນ ເປັນ​ດັ່ງ​ດອກ​ລີລາ​ເບັ່ງບານ ທີ່​ປຽກຊຸ່ມ​ດ້ວຍ​ນໍ້າຫອມ ຢາງໄມ້​ຫອມ​ຊັ້ນ​ດີເລີດ.


ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ລາວ​ເຂົ້າ​ມາ​ຂ້າງ​ໃນ ມື​ຂ້ອຍ​ເຕັມ​ດ້ວຍ​ນໍ້າຫອມ​ຂອງ​ຢາງໄມ້ ນີ້ວມື​ຂ້ອຍ​ກໍ​ຖືກ​ໂອບ​ດ້ວຍ​ນໍ້າມັນ​ຫອມ ຂະນະທີ່​ຂ້ອຍ​ຈັບ​ໄລກອນ​ປະຕູ​ຢູ່​ນັ້ນ.


ກະສັດ​ອາດ​ມີ​ເມຍ​ຫົກສິບ​ຄົນ​ກໍໄດ້ ແລະ​ມີ​ເມຍນ້ອຍ​ອີກ​ແປດສິບ​ຄົນ ທັງ​ມີ​ຍິງສາວ​ສະໜົມ​ເຊີຍຊົມ​ໃນ​ວັງ ທີ່​ບໍ່​ອາດ​ນັບ​ຈຳນວນ​ໄດ້.


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


“ເມື່ອນັ້ນ ອານາຈັກ​ສະຫວັນ​ປຽບ​ເໝືອນ​ຍິງ​ສາວ​ບໍຣິສຸດ​ສິບ​ຄົນ ທີ່​ຖື​ໂຄມໄຟ​ຂອງຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.


ແລ້ວ​ນາງ​ມາຣີ​ກໍ​ເອົາ​ນໍ້າມັນ​ຫອມ​ເຄິ່ງ​ລິດ ຊຶ່ງ​ມີ​ລາຄາ​ແພງ​ຖອກ​ໃສ່​ຕີນ​ພຣະອົງ ແລະ​ໃຊ້​ຜົມ​ຂອງຕົນ​ເຊັດ​ຕີນ​ພຣະອົງ ຈົນ​ທົ່ວ​ທັງ​ເຮືອນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນໍ້າຫອມ​ນັ້ນ.


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka