2 ຂໍໃຫ້ຮີມສົບອ້າຍໄດ້ຈູບຮີມສົບນ້ອງຫລາຍທີ ຄວາມຮັກທີ່ອ້າຍມີດີກວ່າເຫຼົ້າອະງຸ່ນຕັ້ງຫລາຍເທົ່າ.
ແລ້ວລາວກໍຈູບນາງພ້ອມທັງຮ້ອງໄຫ້ດ້ວຍຄວາມຊົມຊື່ນຍິນດີ.
ແລ້ວທັງໆທີ່ຍັງຮ້ອງໄຫ້ຢູ່ນັ້ນ ເພິ່ນກອດແລະຈູບພວກອ້າຍທຸກໆຄົນ. ຫລັງຈາກນັ້ນ ອ້າຍແລະນ້ອງກໍໂອ້ລົມກັນກັບໂຢເຊັບ.
ຂ້າແດ່ພຣະເຈົ້າ ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນກໍປະເສີດຍິ່ງ ມະນຸດພົບພໍ້ ການຄຸ້ມຄອງໃຕ້ຮົ່ມປີກຂອງພຣະອົງ.
ຈົ່ງມາຮັບເອົານ້ອງ ແລະພາພວກນ້ອງໜີໄປສາ ຈົ່ງມາເປັນຣາຊາແລະພາເຂົ້າໄປຫ້ອງນອນອ້າຍ. ເພາະອ້າຍ ນ້ອງຈະຊົມຊື່ນກັບຄວາມສຸກດ້ວຍກັນ ມາເພາະຮັກກັນໃຫ້ເມົາກວ່າລິດເຫຼົ້າອະງຸ່ນເຖີດ. ສົມພໍແລ້ວ ສາວທຸກຖ້ວນໜ້າຈຶ່ງພາກັນຮັກ ຫລົງໄຫລຮັກອ້າຍ ຮັກອ້າຍແຕ່ຜູ້ດຽວ.
ລາວພາຂ້ອຍໄປໃນຫ້ອງຫໍໂຮງ ທີ່ມີງານກິນລ້ຽງໃຫຍ່ ຊຶ່ງມີປ້າຍຂຽນໄວ້ວ່າ ແດ່ທີ່ຮັກຂອງຮຽມ
ຄວາມຮັກຂອງນ້ອງ ເຮັດໃຫ້ອ້າຍຊື່ນໃຈ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ຄວາມຮັກຂອງນ້ອງ ກໍດີກວ່າເຫຼົ້າອະງຸ່ນ ກິ່ນໂຕນ້ອງ ຫອມຫວນກວ່ານໍ້າຫອມໃດໆທັງສິ້ນ.
ປາກລາວຫວານຊື່ນ ເປັນໜ້າຈູບອີ່ຫລີ ທຸກສິ່ງໃນຕົວລາວ ເຮັດໃຫ້ຂ້ອຍໄຝ່ຝັນຫາເລື້ອຍ. ຄົນຮັກຂອງຂ້ອຍ ກໍເປັນດັ່ງນີ້ແຫລະ ເປັນທັງເພື່ອນແທ້ ແລະທີ່ຮັກຂອງຂ້ອຍຄືກັນ.
ພວກເຮົາຈະລຸກແຕ່ເຊົ້າເພື່ອໄປເບິ່ງເຄືອອະງຸ່ນ ເບິ່ງວ່າເຄືອອະງຸ່ນປົ່ງຍອດແລ້ວຫລືບໍ່ ເລາະເບິ່ງຕົ້ນໄມ້ ເບິ່ງຕົ້ນໝາກພີລາທີ່ນັ້ນຄືກັນ ແລະນ້ອງຈະມອບຄວາມຮັກໃຫ້ແກ່ອ້າຍທີ່ນັ້ນ.
ນ້ອງນາງຊ່າງງາມແທ້ ນ້ອງນາງຊ່າງງາມຫລາຍ ຄວາມຮັກຂອງນາງ ຊ່າງພາໃຫ້ຍິນດີຢ່າງເຕັມລົ້ນ.
ສ່ວນປາກນ້ອງນັ້ນເຮັດໃຫ້ອ້າຍຊາບຊຶ້ງ ເໝືອນດັ່ງເຫຼົ້າອະງຸ່ນຊັ້ນດີຢູ່ໃນປາກ. ຖ້າດັ່ງນັ້ນ ຂໍໃຫ້ເຫຼົ້າອະງຸ່ນໄຫລສູ່ຄົນຮັກຂ້ອຍໂດຍກົງ ໂດຍໃຫ້ໄຫລຕົງໄປສູ່ຮີມສົບແລະສູ່ແຂ້ວດ້ວຍ.
ທີ່ເທິງພູເຂົາຊີໂອນບ່ອນນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະຕຽມງານກິນລ້ຽງໃຫຍ່ສຳລັບຊົນຊາດທັງໝົດໃນໂລກ ຄືການກິນລ້ຽງໃຫຍ່ທີ່ມີອາຫານບໍຣິບູນທີ່ສຸດ ແລະມີເຫຼົ້າອະງຸ່ນທີ່ດີເລີດ.
ໃນລະຫວ່າງອາຫານວັນນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະໂມທະນາຂອບພຣະຄຸນ ພຣະອົງຫັກເຂົ້າຈີ່ນັ້ນ ແລະຍື່ນໃຫ້ພວກສາວົກ ໂດຍກ່າວແກ່ພວກເພິ່ນວ່າ, “ຈົ່ງຮັບກິນເຖີດ ນີ້ແຫຼະ ແມ່ນກາຍຂອງເຮົາ.”
ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ. ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ ພໍ່ກໍແນມເຫັນລາວ ແລ້ວມີຄວາມເມດຕາສົງສານ ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມຮັກແພງ.
ພວກເຮົາໄດ້ສືບຕໍ່ເດີນທາງໂດຍລົງເຮືອຈາກເມືອງຕີເຣ ໄປເຖິງເມືອງປະໂຕເລມາຍ, ໃນເມືອງນີ້ ພວກເຮົາໄດ້ໄປຄຳນັບທັກທາຍຄົນທີ່ເຊື່ອ ແລະ ພັກຢູ່ນຳພວກເຂົາໜຶ່ງວັນ.
ຈົ່ງທັກທາຍກັນດ້ວຍການຈູບທີ່ສະແດງເຖິງຄວາມຮັກ. ຂໍສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍທີ່ຢູ່ໃນພຣະຄຣິດເທີ້ນ.