Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 1:16 - ພຣະຄຳພີສັກສິ

16 ໂອ ສຸດທີ່ຮັກ​ຂອງນ້ອງ ຮູບ​ຫລໍ່​ແລະ​ງາມຫລາຍ ປ່າຫຍ້າ​ຂຽວສົດ ຈະ​ເປັນ​ຕຽງນອນ​ຂອງອ້າຍ​ກັບ​ນ້ອງ;

Uka jalj uñjjattʼäta Copia luraña




ຍອດເພງ 1:16
13 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ຕົ້ນໝາກຈອງ​ເກີດ​ຢູ່​ທ່າມກາງ​ຕົ້ນໄມ້​ປ່າ​ສັນໃດ ຄົນຮັກ​ຂອງນ້ອງ​ກໍ​ປະປົນ​ຢູ່​ກັບ​ຊາຍ​ອື່ນ​ສັນນັ້ນ. ຂ້ອຍ​ມັກ​ມາ​ນັ່ງ​ພັກ​ເຊົາ​ຢູ່​ໃຕ້​ຮົ່ມ​ຂອງມັນ ແລະ​ໝາກ​ຂອງມັນ​ກໍ​ຫວານ​ແລະ​ຣົດຊາດ​ກໍ​ແຊບ.


ຄົນ​ຮັກ​ຂອງຂ້ອຍ​ເປັນ​ດັ່ງ​ກວາງໜຸ່ມ ແລະ​ເຍືອງ​ເຖິກ ຫັ້ນເດ ລາວ​ຢືນ​ຜົກ​ຢູ່​ທາງ​ດ້ານຫລັງ​ກຳແພງ​ພຸ້ນ ລາວ​ແນມໄປ​ທາງ​ປ່ອງຢ້ຽມ​ແລະ​ກວດເບິ່ງ​ທຸກ​ທາງ ຕາມ​ປ່ອງຢ້ຽມ​ຜ່ານ​ຕາໜ່າງ​ຄອຍ​ຜົກ​ຈອບເບິ່ງ.


ເບິ່ງ​ພຸ້ນ​ດູ ແມ່ນ​ຂະບວນ​ແຫ່​ໂຊໂລໂມນ ມີ​ນັກຮົບ​ຜູ້​ກ້າຫານ​ຫົກສິບ​ຄົນ ໃນ​ອິດສະຣາເອນ​ພ້ອມ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ລາວ​ເຂົ້າ​ມາ​ຂ້າງ​ໃນ ມື​ຂ້ອຍ​ເຕັມ​ດ້ວຍ​ນໍ້າຫອມ​ຂອງ​ຢາງໄມ້ ນີ້ວມື​ຂ້ອຍ​ກໍ​ຖືກ​ໂອບ​ດ້ວຍ​ນໍ້າມັນ​ຫອມ ຂະນະທີ່​ຂ້ອຍ​ຈັບ​ໄລກອນ​ປະຕູ​ຢູ່​ນັ້ນ.


ນ້ອງ​ນາງ​ຊ່າງ​ງາມແທ້ ນ້ອງ​ນາງ​ຊ່າງ​ງາມຫລາຍ ຄວາມຮັກ​ຂອງ​ນາງ ຊ່າງ​ພາ​ໃຫ້​ຍິນດີ​ຢ່າງ​ເຕັມ​ລົ້ນ.


ດິນແດນ​ນັ້ນ​ຈະ​ງາມ​ແລະ​ອຸດົມສົມບູນ​ຍິ່ງ ຄົນໜຸ່ມ​ຈະ​ເຂັ້ມແຂງ​ດ້ວຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka