ຍອດເພງ 1:12 - ພຣະຄຳພີສັກສິ12 ພະຣາຊາຂອງນ້ອງກຳລັງຢຽດຢູ່ເທິງທີ່ນອນ ກິ່ນນໍ້າຫອມທີ່ນ້ອງທາຫອມຫວນຢູ່ທົ່ວຫ້ອງ. Uka jalj uñjjattʼäta |
ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ ກໍມີຍິງຜູ້ໜຶ່ງຖືເຕົ້າຫີນຂາວ ຊຶ່ງບັນຈຸນໍ້າມັນຫອມຊະນິດໜຶ່ງ ລາຄາແພງຫລາຍເຂົ້າມາຫາພຣະອົງ ແລ້ວຫັກຄໍເຕົ້ານັ້ນ ແລະຖອກນໍ້າມັນຫອມຫົດສົງຫົວພຣະອົງ.