11 ແຕ່ພວກເຮົາຈະເຮັດສາຍສ້ອຍຄ້ອງຄໍສຳລັບນາງ ກັບເຄື່ອງເອ້ທີ່ເຮັດດ້ວຍເງິນມອບໃຫ້ນາງດ້ວຍ.
ແລ້ວພຣະເຈົ້າໄດ້ກ່າວວ່າ, “ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ, ຕາມແບບຢ່າງຂອງເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ; ບໍ່ວ່າສັດລ້ຽງຫລືສັດປ່າ, ສັດໃຫຍ່ຫລືສັດນ້ອຍກໍດີ.”
ພຣະເຈົ້າຢາເວຊື່ນບານໃຈແທ້ໃນປະຊາຊົນຂອງພຣະອົງ ພຣະອົງໃຫ້ກຽດຜູ້ທີ່ຖ່ອມຕົວໂດຍໃຫ້ເຂົາໄດ້ໄຊຊະນະ.
ຜົມທີ່ຢ່ອນລົງຕາມແກ້ມເຮັດໃຫ້ແກ້ມນ້ອງງາມຫລາຍ ຜົມທີ່ຢ່ອນລົງຕາມຄໍເປັນດັ່ງເພັດພອຍຄ້ອງຄໍຂອງນ້ອງ.
ພະຣາຊາຂອງນ້ອງກຳລັງຢຽດຢູ່ເທິງທີ່ນອນ ກິ່ນນໍ້າຫອມທີ່ນ້ອງທາຫອມຫວນຢູ່ທົ່ວຫ້ອງ.
ຖ້ານ້ອງນາງຫາກເປັນດັ່ງກຳແພງ ພວກຂ້ອຍຈະເອົາແທ່ງເງິນສ້າງຫໍຄອຍຕັນໄວ້. ຖ້ານ້ອງນາງຫາກເປັນປະຕູກຳແພງ ພວກຂ້ອຍຈະເອົາໄມ້ສົນສີດາໃສ່ໄລປ້ອງກັນໄວ້.
ເຮົາໄດ້ເອົາແຫວນເກາະດັງກັບໃສ່ຕ້າງຫູໃຫ້ເຈົ້າ ແລະສວມມົງກຸດໃສ່ຫົວໃຫ້ເຈົ້າ.
ພຣະອົງຈະປ່ຽນແປງຮ່າງກາຍອັນຕໍ່າຕ້ອຍ ແລະຕາຍເປັນຂອງພວກເຮົາ ໃຫ້ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ ດ້ວຍຣິດທານຸພາບທີ່ສາມາດປາບສັບພະທຸກສິ່ງທັງປວງ ໃຫ້ລົງຢູ່ໃຕ້ການບັງຄັບຂອງພຣະອົງ.