Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 1:10 - ພຣະຄຳພີສັກສິ

10 ຜົມ​ທີ່​ຢ່ອນ​ລົງ​ຕາມ​ແກ້ມ​ເຮັດ​ໃຫ້​ແກ້ມ​ນ້ອງ​ງາມຫລາຍ ຜົມ​ທີ່​ຢ່ອນ​ລົງ​ຕາມ​ຄໍ​ເປັນ​ດັ່ງ​ເພັດພອຍ​ຄ້ອງ​ຄໍ​ຂອງ​ນ້ອງ.

Uka jalj uñjjattʼäta Copia luraña




ຍອດເພງ 1:10
14 Jak'a apnaqawi uñst'ayäwi  

ເມື່ອ​ນາງ​ເອົາ​ນໍ້າ​ໃຫ້​ອູດ​ກິນ​ອີ່ມ​ໝົດ​ທຸກ​ໂຕ​ແລ້ວ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ກໍ​ເອົາ​ແຫວນ​ຄຳ​ລາຄາ​ແພງ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ໜຶ່ງ​ໃສ່​ໃຫ້​ນາງ.


ຂ້ອຍ​ຖາມ​ນາງ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ໃຜ?’ ແລະ​ນາງ​ຕອບ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ເບທູເອນ ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ເອົາ​ແຫວນ​ຄຳ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.


ແລ້ວ​ລາວ​ກໍ​ເອົາ​ເສື້ອຜ້າ​ກັບ​ເຄື່ອງ​ເອ້​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.


ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.


ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ປັບປຸງ​ນິໄສ​ໃຈຄໍ​ຂອງເຈົ້າ​ໃຫ້​ດີ​ຂຶ້ນ ເປັນ​ດັ່ງ​ພວງມະໄລ​ແຫ່ງ​ພຣະຄຸນ​ສຸບ​ໃສ່​ຫົວ​ຂອງ​ເຈົ້າ ແລະ​ເປັນ​ສາຍສ້ອຍ​ຄ້ອງຄໍ​ຂອງ​ເຈົ້າ.


ແຕ່​ພວກເຮົາ​ຈະ​ເຮັດ​ສາຍສ້ອຍ​ຄ້ອງ​ຄໍ​ສຳລັບ​ນາງ ກັບ​ເຄື່ອງເອ້​ທີ່​ເຮັດ​ດ້ວຍ​ເງິນ​ມອບ​ໃຫ້​ນາງ​ດ້ວຍ.


ແວວ​ຕາ​ນ້ອງ ຢຶດຄອງ​ຫົວໃຈ​ອ້າຍ​ໄວ້​ແລ້ວ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ສ້ອຍ​ຄ້ອງ​ຄໍ​ນ້ອງ ມັດ​ອ້າຍ​ໃຫ້​ຕົກ​ເປັນ​ຊະເລີຍ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ


ແກ້ມ​ລາວ​ເປັນ​ຕາຮັກ​ງາມ​ດັ່ງ​ສວນ​ຜັກ ທີ່​ເຕັມ​ແຕ່​ເຄື່ອງເທດ ຂອງຫອມ​ນາໆ​ຊະນິດ​ດ້ວຍ. ສ່ວນ​ຮິມສົບ​ລາວ​ນັ້ນ ເປັນ​ດັ່ງ​ດອກ​ລີລາ​ເບັ່ງບານ ທີ່​ປຽກຊຸ່ມ​ດ້ວຍ​ນໍ້າຫອມ ຢາງໄມ້​ຫອມ​ຊັ້ນ​ດີເລີດ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເຄື່ອງເອ້​ເປັນ​ຄຳ​ທີ່​ຢຶດເອົາ​ມາ​ໄດ້​ມີ​ດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະ​ສາຍຄໍ. ພວກ​ຂ້ານ້ອຍ​ຂໍ​ຖວາຍ​ສິ່ງ​ເຫຼົ່ານີ້​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ການ​ໄຖ່​ຊີວິດ ເພື່ອ​ວ່າ​ພຣະອົງ​ຈະ​ປົກປັກ​ຮັກສາ​ພວກ​ຂ້ານ້ອຍ.”


ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka