1 ເປັນບົດເພງອັນໜ້າອອນຊອນທີ່ສຸດຂອງໂຊໂລໂມນ.
ເພິ່ນໄດ້ແຕ່ງສຸພາສິດສາມພັນບົດ ແລະແຕ່ງເພງໜຶ່ງພັນຫ້າບົດ.
ພຣະເຈົ້າຢາເວໄດ້ໂຜດສະຕິປັນຍາໃຫ້ແກ່ກະສັດໂຊໂລໂມນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບເພິ່ນ. ຄວາມສະຫງົບສຸກໄດ້ເກີດມີຂຶ້ນ ລະຫວ່າງກະສັດຮີຣາມແລະກະສັດໂຊໂລໂມນ ທັງສອງຈຶ່ງມີຂໍ້ຕົກລົງຕໍ່ກັນ.
ຄົນໂງ່ຄິດຢູ່ໃນໃຈຂອງຕົນວ່າ, “ໂລກນີ້ບໍ່ມີພຣະເຈົ້າ” ພວກເຂົາຕ່າງກໍເປັນຄົນເຮັດໃຫ້ຕົນຊົ່ວລົງທັງນັ້ນ. ພວກເຂົາໄດ້ພາກັນເຮັດໃນສິ່ງທີ່ໜ້າຢ້ານກົວຫລາຍ ບໍ່ມີຜູ້ໜຶ່ງຜູ້ໃດເຮັດໃນສິ່ງທີ່ຖືກຕ້ອງ.
ຂໍໃຫ້ຮີມສົບອ້າຍໄດ້ຈູບຮີມສົບນ້ອງຫລາຍທີ ຄວາມຮັກທີ່ອ້າຍມີດີກວ່າເຫຼົ້າອະງຸ່ນຕັ້ງຫລາຍເທົ່າ.
ເມື່ອຂ້ອຍຮ້ອງເພງນີ້ ຂໍທ່ານຈົ່ງຟັງເອົາເດີ ທີ່ເອີ່ຍເຖິງສວນອະງຸ່ນກັບໝູ່ເພື່ອນຂອງຂ້ອຍ: ເພື່ອນຂອງຂ້ອຍມີສວນອະງຸ່ນຕອນໜຶ່ງ ຊຶ່ງສວນນີ້ຕັ້ງຢູ່ຕາມເນີນພູທີ່ມີດິນດີ.