Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 4:6 - ພຣະຄຳພີສັກສິ

6 ຊາຍ​ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ໃນ​ກໍລະນີ​ເຊັ່ນນີ້ ຂ້ອຍ​ຂໍ​ສະຫລະ​ສິດ​ທີ່​ຈະ​ຊື້​ນາ​ທົ່ງ​ນັ້ນ ເພາະ​ເຮັດ​ໃຫ້​ພວກ​ລູກ​ຂອງຂ້ອຍ​ບໍ່ໄດ້​ຮັບ​ສ່ວນ​ນຳ. ໃຫ້​ເຈົ້າ​ຊື້​ເອົາ​ສາ ຂ້ອຍ​ບໍ່​ຊື້​ດອກ.”

Uka jalj uñjjattʼäta Copia luraña




ນາງຣຸດ 4:6
8 Jak'a apnaqawi uñst'ayäwi  

ເມື່ອ​ເປັນ​ເຊັ່ນນີ້​ຢູດາ​ກໍ​ເວົ້າ​ຕໍ່​ໂອນານ​ວ່າ, “ຈົ່ງ​ເອົາ​ເມຍ​ຂອງ​ອ້າຍ​ເຈົ້າ​ສາ ເພື່ອ​ສືບທອດ​ຕະກຸນ​ໄວ້, ແຕ່​ໃຫ້​ຖື​ນາງ​ເປັນ​ເອື້ອຍໃພ້​ຢູ່.”


ຖ້າ​ຄົນ​ອິດສະຣາເອນ​ຜູ້ນັ້ນ​ຍາກຈົນ ແລະ​ຖືກ​ບັງຄັບ​ໃຫ້​ຂາຍ​ທີ່ດິນ​ຂອງຕົນ​ໄປ ພີ່ນ້ອງ​ຜູ້​ໃກ້ຊິດ​ລາວ​ສາມາດ​ຊື້​ທີ່ດິນ​ຄືນ​ໄດ້.


ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ນັ້ນ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ ກໍ​ໃຫ້​ນາງ​ໄປ​ຫາ​ຜູ້ປົກຄອງເມືອງ ແລະ​ເວົ້າ​ວ່າ, ‘ອ້າຍ​ຫລື​ນ້ອງ​ທາງ​ຜົວ​ຂອງ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ໜ້າທີ່​ຂອງຕົນ; ເຂົາ​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຫລື​ນ້ອງ​ຂອງຕົນ ໃນ​ທ່າມກາງ​ປະຊາຊົນ​ຊາດ​ອິດສະຣາເອນ.’


ແລ້ວ​ຜູ້ປົກຄອງເມືອງ​ກໍ​ຈະ​ເອີ້ນ​ເຂົາ​ມາ​ສອບ​ຖາມ​ເບິ່ງ. ຖ້າ​ລາວ​ຍັງ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ


ກໍ​ໃຫ້​ເມຍ​ໝ້າຍ​ຂອງ​ຜູ້ຕາຍ​ນັ້ນ​ໄປ​ຫາ​ລາວ​ຢູ່​ຊ້ອງໜ້າ​ຜູ້ປົກຄອງເມືອງ ແລ້ວ​ຖອດ​ເກີບ​ກິ່ງ​ໜຶ່ງ​ຂອງ​ລາວ​ອອກ​ທັງ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ດ້ວຍ ແລະ​ເວົ້າ​ວ່າ ‘ນີ້​ແຫຼະ ຄື​ສິ່ງ​ທີ່​ເກີດ​ກັບ​ຜູ້​ທີ່​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ນ້ອງ​ຂອງຕົນ.’


ນາງ​ນາໂອມີ​ຈຶ່ງ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ໂບອາດ​ເທີ້ນ ດ້ວຍວ່າ, ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ມີ​ໄວ້​ກັບ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ທັງ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ດ້ວຍ.” ນາງ​ນາໂອມີ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ກັບ​ພວກເຮົາ ເປັນ​ຜູ້ໜຶ່ງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ພວກເຮົາ.”


ຄືນນີ້ ຈົ່ງ​ນອນ​ຢູ່​ບ່ອນ​ນີ້​ແຫຼະ ແລະ​ໃນ​ມື້ອື່ນ​ເຊົ້າ ພວກເຮົາ​ຈະ​ຕ້ອງ​ຖາມ​ລາວ​ເບິ່ງ​ວ່າ ລາວ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ​ຫລື​ບໍ່? ຖ້າ​ລາວ​ຮັບ​ກໍ​ເປັນ​ການ​ດີຫລາຍ; ຖ້າ​ລາວ​ບໍ່​ຮັບ ຂ້ອຍ​ຂໍ​ສາບານ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບຜິດຊອບ​ໃນ​ເລື່ອງນີ້. ຈົ່ງ​ນອນ​ສາ ແລະ​ຢູ່​ທີ່​ນີ້​ຈົນເຖິງ​ມື້ອື່ນ​ເຊົ້າ.”


ເພິ່ນ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?” ນາງ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ແມ່ນ​ຣຸດ ເພາະ​ທ່ານ​ເປັນ​ຍາດຕິພີ່ນ້ອງ​ຜູ້​ໃກ້ຊິດ ທ່ານ​ຈຶ່ງ​ມີ​ໜ້າທີ່​ເບິ່ງແຍງ​ຂ້ານ້ອຍ. ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງງານ​ກັບ​ຂ້ານ້ອຍ​ເທີ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka