Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 4:5 - ພຣະຄຳພີສັກສິ

5 ໂບອາດ​ເວົ້າ​ວ່າ, “ດີ​ແລ້ວ ຖ້າ​ເຈົ້າ​ຈະ​ຊື້​ທົ່ງນາ​ຈາກ​ນາງ​ນາໂອມີ ເຈົ້າ​ຕ້ອງ​ຊື້​ເອົາ​ນາງຣຸດ ຜູ້​ທີ່​ເປັນ​ສາວ​ໝ້າຍ​ຊາວ​ໂມອາບ​ດ້ວຍ ເພື່ອ​ວ່າ​ນາ​ທົ່ງນີ້​ຈະ​ມີ​ຢູ່​ຕໍ່ໄປ​ນຳ​ຄອບຄົວ​ຂອງ​ຊາຍ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ.”

Uka jalj uñjjattʼäta Copia luraña




ນາງຣຸດ 4:5
6 Jak'a apnaqawi uñst'ayäwi  

ເມື່ອ​ເປັນ​ເຊັ່ນນີ້​ຢູດາ​ກໍ​ເວົ້າ​ຕໍ່​ໂອນານ​ວ່າ, “ຈົ່ງ​ເອົາ​ເມຍ​ຂອງ​ອ້າຍ​ເຈົ້າ​ສາ ເພື່ອ​ສືບທອດ​ຕະກຸນ​ໄວ້, ແຕ່​ໃຫ້​ຖື​ນາງ​ເປັນ​ເອື້ອຍໃພ້​ຢູ່.”


“ອາຈານ​ເອີຍ, ໂມເຊ​ໄດ້​ກ່າວ​ວ່າ, ຖ້າ​ຊາຍ​ຄົນ​ໜຶ່ງ​ຕາຍໄປ​ໂດຍ​ຍັງ​ບໍ່ມີ​ລູກ​ນຳ​ເມຍ​ຂອງຕົນ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.


“ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ກົດບັນຍັດ​ນີ້​ສຳລັບ​ພວກເຮົາ​ວ່າ, ‘ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ປະ​ເມຍ​ຂອງຕົນ​ໂດຍ​ບໍ່ມີ​ລູກ ຕ້ອງ​ໃຫ້​ນ້ອງຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເອົາ​ເອື້ອຍໃພ້​ຂອງຕົນ​ເປັນ​ເມຍ ເພື່ອ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ​ທີ່​ຕາຍໄປ​ແລ້ວ​ນັ້ນ.’


ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ນັ້ນ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ ກໍ​ໃຫ້​ນາງ​ໄປ​ຫາ​ຜູ້ປົກຄອງເມືອງ ແລະ​ເວົ້າ​ວ່າ, ‘ອ້າຍ​ຫລື​ນ້ອງ​ທາງ​ຜົວ​ຂອງ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ໜ້າທີ່​ຂອງຕົນ; ເຂົາ​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຫລື​ນ້ອງ​ຂອງຕົນ ໃນ​ທ່າມກາງ​ປະຊາຊົນ​ຊາດ​ອິດສະຣາເອນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka