2 ແລ້ວໂບອາດກໍເຊີນເອົາບັນດາຜູ້ນຳຢູ່ໃນເມືອງສິບຄົນ ມານັ່ງໃນບ່ອນນັ້ນຄືກັນ. ເມື່ອພວກເຂົານັ່ງລົງແລ້ວ
ດັ່ງນັ້ນ ນາງຈຶ່ງຂຽນຈົດໝາຍບາງສະບັບເຊັນຊື່ຂອງກະສັດອາຮາບລົງ ຕີຕາປະທັບຂອງເພິ່ນໃສ່ ແລ້ວກໍສົ່ງຈົດໝາຍນີ້ໄປຫາພວກຂ້າຣາຊການພ້ອມທັງປະຊາຊົນຊັ້ນຜູ້ນຳໃນເມືອງຢິດຊະເຣນ.
ຖ້ານາງຖືກຂາຍຕໍ່ໃຫ້ອີກຄົນໜຶ່ງທີ່ຢາກໄດ້ນາງໄປເປັນເມຍ, ແຕ່ລາວບໍ່ຮັກນາງ ກໍໃຫ້ຜູ້ເປັນພໍ່ຊື້ເອົານາງຄືນ. ຜູ້ເປັນນາຍຈະຂາຍນາງຕໍ່ໃຫ້ແກ່ຄົນຕ່າງດ້າວບໍ່ໄດ້ ເພາະລາວໄດ້ປະຕິບັດຕໍ່ນາງຢ່າງບໍ່ເປັນທຳ.
ຜົວຂອງນາງເປັນຜູ້ທີ່ມີຊື່ສຽງ ແລະເປັນຜູ້ໜຶ່ງໃນບັນດາຜູ້ນຳຂອງປະຊາຊົນ.
ພວກເຖົ້າແກ່ກໍບໍ່ໄດ້ນັ່ງທີ່ປະຕູເມືອງຕໍ່ໄປ ພວກຄົນໜຸ່ມກໍບໍ່ໄດ້ຫລິ້ນດົນຕຼີອີກດ້ວຍ.
ດ້ວຍເຫດນີ້ ພວກເຂົາຈຶ່ງຍຸຍົງປະຊາຊົນ, ພວກເຖົ້າແກ່ແລະພວກທຳມະຈານ ມາຫຸ້ມຈັບຊະເຕຟາໂນ ແລະນຳຕົວຂຶ້ນໄປທີ່ສະພາສູງສຸດ.
ແຕ່ຖ້າອ້າຍຫລືນ້ອງຂອງຜູ້ຕາຍນັ້ນບໍ່ຍອມແຕ່ງງານກັບນາງ ກໍໃຫ້ນາງໄປຫາຜູ້ປົກຄອງເມືອງ ແລະເວົ້າວ່າ, ‘ອ້າຍຫລືນ້ອງທາງຜົວຂອງຂ້ານ້ອຍບໍ່ໄດ້ເຮັດຕາມໜ້າທີ່ຂອງຕົນ; ເຂົາບໍ່ຍອມສືບເຊື້ອສາຍໃຫ້ອ້າຍຫລືນ້ອງຂອງຕົນ ໃນທ່າມກາງປະຊາຊົນຊາດອິດສະຣາເອນ.’
ວັນນີ້ ພວກເຈົ້າກຳລັງຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໝົດທຸກຄົນຄືພວກຜູ້ນຳແລະເຈົ້າໜ້າທີ່ຜູ້ຊາຍ
ຈົ່ງເອີ້ນຫົວໜ້າເຜົ່າທັງໝົດແລະເຈົ້າໜ້າທີ່ຂອງພວກເຈົ້າ ມາປະຊຸມກັນຢູ່ຊ້ອງໜ້າຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະໄດ້ບອກສິ່ງເຫຼົ່ານີ້ເປັນບົດເພງສູ່ພວກເຂົາຟັງ; ຂ້າພະເຈົ້າຈະວິງວອນສະຫວັນແລະແຜ່ນດິນໂລກໃຫ້ເປັນພະຍານເພື່ອຕໍ່ສູ້ພວກເຂົາ.