17 ພວກຜູ້ຍິງບ້ານໃກ້ເຮືອນຄຽງໄດ້ໃສ່ຊື່ເດັກນີ້ວ່າ ໂອເບັດ. ພວກເຂົາບອກທຸກຄົນວ່າ, “ເດັກນ້ອຍຜູ້ນີ້ເປັນລູກຊາຍຂອງນາງນາໂອມີ.” ໂອເບັດໄດ້ກາຍເປັນພໍ່ຂອງເຢຊີ ຜູ້ທີ່ເປັນພໍ່ຂອງດາວິດ.
ນາງນາໂອມີໄດ້ຮັບເອົາເດັກນັ້ນມາລ້ຽງດູ ແລະເບິ່ງແຍງລາວຢ່າງໃກ້ຊິດ.
ເຊື້ອສາຍຂອງດາວິດນັບແຕ່ເປເຣັດ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.
ພຣະເຈົ້າຢາເວໄດ້ກ່າວຕໍ່ຊາມູເອນວ່າ, “ເຈົ້າຍັງຈະໂສກເສົ້າເສຍໃຈນຳໂຊນອີກດົນປານໃດ? ເຮົາໄດ້ປົດລາວອອກຈາກຕຳແໜ່ງກະສັດແລ້ວ, ແຕ່ບັດນີ້ ຈົ່ງຖືນໍ້າມັນສັກສິດໄປທີ່ເມືອງເບັດເລເຮັມ ແລະຫາຊາຍຄົນໜຶ່ງທີ່ຊື່ວ່າ ເຢຊີ ເພາະເຮົາໄດ້ເລືອກເອົາລູກຊາຍຂອງລາວຄົນໜຶ່ງໃຫ້ເປັນກະສັດ.”
ດາວິດເປັນລູກຊາຍຂອງເຢຊີຜູ້ທີ່ເປັນຊາວເອຟະຣາທາ ຈາກເມືອງເບັດເລເຮັມໃນແຂວງຢູດາຍ. ເຢຊີມີລູກຊາຍແປດຄົນ. ໃນສະໄໝທີ່ໂຊນເປັນກະສັດ ເຢຊີກໍເຖົ້າແກ່ຫລາຍແລ້ວ.