Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 4:15 - ພຣະຄຳພີສັກສິ

15 ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”

Uka jalj uñjjattʼäta Copia luraña




ນາງຣຸດ 4:15
10 Jak'a apnaqawi uñst'ayäwi  

ຖ້າ​ພໍ່​ມາ​ຢູ່​ເຂດ​ໂກເຊັນ ລູກ​ກໍ​ສາມາດ​ເບິ່ງແຍງ​ພໍ່​ໄດ້​ດີ. ຄວາມ​ອຶດຢາກ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ແລະ​ລູກ​ບໍ່​ຢາກ​ໃຫ້​ຄອບຄົວ​ຂອງ​ພໍ່​ກັບ​ຝູງສັດ​ຕ້ອງ​ອຶດຕາຍ.”’


ໂຢເຊັບ​ໄດ້​ຈັດ​ຫາ​ສະບຽງ​ອາຫານ​ໃຫ້​ພໍ່, ບັນດາ​ອ້າຍ​ນ້ອງ ແລະ​ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ.


ຈົ່ງ​ມອບ​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ​ໄວ້​ກັບ​ພຣະເຈົ້າຢາເວ​ສາ ພຣະອົງ​ຈະ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໄວ້. ພຣະອົງ​ບໍ່ເຄີຍ​ປະຖິ້ມ​ຄົນ​ສັດຊື່​ຜູ້ໃດ​ຜູ້ໜຶ່ງ​ເລີຍ ໂດຍ​ໃຫ້​ລາວ​ຖືກ​ພ່າຍແພ້.


ເພື່ອນ​ບາງຄົນ​ນຳ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ໝູ່ເພື່ອນ​ບາງຄົນ​ສັດຊື່​ກວ່າ​ອ້າຍ​ເອື້ອຍ​ນ້ອງ.


ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”


ນາງ​ນາໂອມີ​ໄດ້​ຮັບ​ເອົາ​ເດັກ​ນັ້ນ​ມາ​ລ້ຽງດູ ແລະ​ເບິ່ງແຍງ​ລາວ​ຢ່າງ​ໃກ້ຊິດ.


ເອນການາ​ຜູ້​ເປັນ​ຜົວ​ຈຶ່ງ​ຖາມ​ນາງ​ວ່າ, “ຮັນນາ​ເອີຍ ເປັນຫຍັງ​ນ້ອງ​ຈຶ່ງ​ຮ້ອງໄຫ້​ແລະ​ບໍ່​ກິນ​ຫຍັງ? ເປັນຫຍັງ​ນ້ອງ​ຈຶ່ງ​ໂສກເສົ້າ​ຢູ່​ເລື້ອຍໆ? ອ້າຍ​ບໍ່​ດີກວ່າ​ລູກ​ສິບ​ຄົນ​ສຳລັບ​ນ້ອງ​ຊັ້ນບໍ?”


ຜູ້​ທີ່​ເຄີຍ​ຢູ່ດີ​ກິນດີ​ກໍ​ອອກ​ຮັບ​ຈ້າງ​ຫາຢູ່​ຫາກິນ ແຕ່​ຜູ້​ທີ່​ຫິວໂຫຍ​ຊໍ້າ​ບໍ່​ຫິວໂຫຍ​ຕໍ່ໄປ​ອີກ. ພັນລະຍາ​ທີ່​ເປັນ​ໝັນ​ນັ້ນ​ໄດ້​ລູກ​ເຖິງ​ເຈັດ​ຄົນ ແຕ່​ແມ່​ມີ​ລູກ​ຫລາຍ​ຄົນ​ຊໍ້າ​ບໍ່ມີ​ລູກ​ຕໍ່ໄປ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka