14 ພວກຜູ້ຍິງຈຶ່ງເວົ້າກັບນາງນາໂອມີວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະອົງໄດ້ໂຜດໃຫ້ເຈົ້າມີຫລານຊາຍມື້ນີ້ເພື່ອຈະເບິ່ງແຍງເຈົ້າ. ຂໍໃຫ້ເດັກຄົນນີ້ກາຍເປັນຜູ້ມີຊື່ສຽງໃນຊາດອິດສະຣາເອນເທີ້ນ.
ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍ ແລະພວກເຂົາຈະກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າ ແລະໃຫ້ເຈົ້າມີຊື່ສຽງ ແລະເຈົ້າຈະໄດ້ເປັນທໍ່ພຣະພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ.
ລາວເວົ້າວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ; ພຣະອົງຮັກສາຄຳສັນຍາທີ່ມີຕໍ່ນາຍຂອງຂ້ານ້ອຍຢ່າງສັດຊື່. ພຣະເຈົ້າຢາເວໄດ້ນຳພາຂ້ານ້ອຍມາເຖິງບ້ານຍາດຕິພີ່ນ້ອງຂອງເພິ່ນ.”
ຕໍ່ມາ ນາງກໍຖືພາອີກແລະໄດ້ລູກຊາຍຜູ້ທີສີ່. ນາງຈຶ່ງເວົ້າວ່າ, “ເທື່ອນີ້ຂ້ອຍຈະສັນລະເສີນພຣະເຈົ້າຢາເວ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ ຢູດາ. ແລ້ວນາງກໍເຊົາມີລູກ.
ເມື່ອເພື່ອນບ້ານໃກ້ຄຽງກັບຍາດຕິພີ່ນ້ອງຂອງນາງໄດ້ຍິນວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຄວາມເມດຕາປານີແກ່ນາງຢ່າງຫລວງຫລາຍ ພວກເຂົາຕ່າງກໍຊົມຊື່ນຍິນດີນຳນາງ.
ຈົ່ງຊົມຊື່ນຍິນດີ ກັບຜູ້ທີ່ຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້.
ຖ້າອະໄວຍະວະອັນໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບດ້ວຍກັນ ຖ້າອະໄວຍະວະອັນໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍຊົມຊື່ນຍິນດີດ້ວຍກັນ.
ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າໃນທຸກສິ່ງ ເພາະນີ້ແຫຼະ ແມ່ນສິ່ງທີ່ພຣະເຈົ້າພໍພຣະໄທ ຊຶ່ງປາກົດໃນພຣະເຢຊູຄຣິດເຈົ້າ ສຳລັບເຈົ້າທັງຫຼາຍ.
ພີ່ນ້ອງທັງຫລາຍເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ຕະຫລອດເວລາ ກ່ຽວກັບເລື່ອງພວກເຈົ້າ ຊຶ່ງເປັນສິ່ງທີ່ສົມຄວນສຳລັບພວກເຮົາ ເພາະຄວາມເຊື່ອຂອງພວກເຈົ້າຈະເລີນຫລາຍຂຶ້ນ ແລະຄວາມຮັກຂອງພວກເຈົ້າທຸກຄົນທີ່ມີແກ່ກັນແລະກັນ ກໍທະວີຂຶ້ນຫລາຍກວ່າເກົ່າ.