ຍ້ອນເລື່ອງເກີດຂຶ້ນກັບຊາຣາເມຍຂອງອັບຣາຮາມ ພຣະເຈົ້າຢາເວຈຶ່ງເຮັດໃຫ້ຜູ້ຍິງທຸກຄົນໃນວັງຂອງເຈົ້າອາບີເມເຫຼັກບໍ່ມີລູກ. ສະນັ້ນ ອັບຣາຮາມຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າເພື່ອເພິ່ນ ແລະພຣະເຈົ້າກໍໂຜດຮັກສາເພິ່ນໃຫ້ຫາຍດີ. ພຣະອົງຍັງໄດ້ໂຜດໃຫ້ເມຍຂອງເພິ່ນ ແລະບັນດາຍິງທັງໝົດຫາຍດີເໝືອນກັນ ເພື່ອວ່າພວກເຂົາຈະມີລູກໄດ້.