Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 4:11 - ພຣະຄຳພີສັກສິ

11 ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.

Uka jalj uñjjattʼäta Copia luraña




ນາງຣຸດ 4:11
24 Jak'a apnaqawi uñst'ayäwi  

ສ່ວນ​ເອຟະໂຣນ​ເອງ​ກໍ​ນັ່ງ​ຮ່ວມ​ປະຊຸມ​ກັບ​ຊາວ​ຮິດຕີ​ຄົນອື່ນໆ ທີ່​ທາງ​ປະຕູເຂົ້າ​ເມືອງ; ລາວ​ຕອບ​ໃຫ້​ທຸກຄົນ​ໃນ​ທີ່ນັ້ນ​ໄດ້ຍິນ​ວ່າ,


ກ່ອນ​ຈະ​ຈາກ​ໄປ ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ນ້ອງເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ແມ່ ຂອງ​ຄົນ​ຫລາຍ​ແສນ; ຂໍ​ໃຫ້​ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ ທີ່​ຊະນະ​ສັດຕູ​ຕາມ​ເມືອງ​ຕ່າງໆ.”


ລາບານ​ມີ​ລູກສາວ​ສອງ​ຄົນ; ຜູ້​ກົກ​ຊື່​ວ່າ ເລອາ; ສ່ວນ​ຜູ້​ນ້ອງ​ນັ້ນ​ຊື່​ວ່າ ຣາເຊັນ.


ແຕ່​ບໍ່​ທັນ​ຮອດ​ຕອນເຊົ້າ​ຊໍ້າ ຢາໂຄບ​ໄດ້​ຮູ້​ວ່າ​ຜູ້​ທີ່​ຕົນ​ແຕ່ງງານ​ນຳ​ນັ້ນ​ແມ່ນ​ເລອາ. ລາວ​ຈຶ່ງ​ເວົ້າ​ຕໍ່​ລາບານ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້? ຂ້ອຍ​ເຮັດ​ວຽກ​ໃຫ້​ເຈົ້າ​ຈົນ​ເຈັດ​ປີ ເພື່ອ​ຈະ​ໄດ້​ນາງ​ຣາເຊັນ​ມາ​ເປັນ​ເມຍ, ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ສໍ້ໂກງ​ຂ້ອຍ?”


ນາງ​ເລອາ​ໄດ້​ຕັ້ງ​ທ້ອງ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໄດ້​ເຫັນ​ຄວາມ​ທຸກ​ລຳບາກ​ໃຈ​ຂອງຂ້ອຍ ແລະ​ບັດນີ້ ຜົວ​ຄົງ​ຈະ​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ຣູເບັນ.


ລູກຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ ມີ​ດັ່ງນີ້: ຣູເບັນ​ຜູ້​ເປັນ​ອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ​ເຊບູໂລນ.


ລູກຊາຍ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ​ແລະ​ເບັນຢາມິນ.


ດັ່ງນັ້ນ ນາງ​ຈຶ່ງ​ຂຽນ​ຈົດໝາຍ​ບາງສະບັບ​ເຊັນຊື່​ຂອງ​ກະສັດ​ອາຮາບ​ລົງ ຕີ​ຕາປະທັບ​ຂອງ​ເພິ່ນ​ໃສ່ ແລ້ວ​ກໍ​ສົ່ງ​ຈົດໝາຍ​ນີ້​ໄປ​ຫາ​ພວກ​ຂ້າຣາຊການ​ພ້ອມ​ທັງ​ປະຊາຊົນ​ຊັ້ນ​ຜູ້ນຳ​ໃນ​ເມືອງ​ຢິດຊະເຣນ.


ສານມາ​ລູກຊາຍ​ຜູ້​ທີ​ສອງ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ແລະ​ຮາເຣັບ​ລູກຊາຍ​ຜູ້​ທີ​ສາມ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດກາເດ.


ທີ່​ເອຟຣາທາ​ພວກເຮົາ​ໄດ້ຍິນ​ເຖິງ​ຫີບ​ພັນທະສັນຍາ ທີ່​ທົ່ງນາ​ເຢອາຣິມ ພວກເຮົາ​ໄດ້​ພົບ​ຫີບ​ນີ້.


ຍິງ​ທີ່​ມີ​ປັນຍາ​ສ້າງ​ເຮືອນ​ຂອງຕົນ​ຂຶ້ນ, ແຕ່​ຍິງ​ທີ່​ໂງ່ຈ້າ​ທຳລາຍ​ເຮືອນ​ຂອງຕົນ​ລົງ.


ຜົວ​ຂອງ​ນາງ​ເປັນ​ຜູ້​ທີ່​ມີ​ຊື່ສຽງ ແລະ​ເປັນ​ຜູ້ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ.


ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ນັ້ນ​ບໍ່​ຍອມ​ແຕ່ງງານ​ກັບ​ນາງ ກໍ​ໃຫ້​ນາງ​ໄປ​ຫາ​ຜູ້ປົກຄອງເມືອງ ແລະ​ເວົ້າ​ວ່າ, ‘ອ້າຍ​ຫລື​ນ້ອງ​ທາງ​ຜົວ​ຂອງ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ໜ້າທີ່​ຂອງຕົນ; ເຂົາ​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຫລື​ນ້ອງ​ຂອງຕົນ ໃນ​ທ່າມກາງ​ປະຊາຊົນ​ຊາດ​ອິດສະຣາເອນ.’


ກໍ​ໃຫ້​ເມຍ​ໝ້າຍ​ຂອງ​ຜູ້ຕາຍ​ນັ້ນ​ໄປ​ຫາ​ລາວ​ຢູ່​ຊ້ອງໜ້າ​ຜູ້ປົກຄອງເມືອງ ແລ້ວ​ຖອດ​ເກີບ​ກິ່ງ​ໜຶ່ງ​ຂອງ​ລາວ​ອອກ​ທັງ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ດ້ວຍ ແລະ​ເວົ້າ​ວ່າ ‘ນີ້​ແຫຼະ ຄື​ສິ່ງ​ທີ່​ເກີດ​ກັບ​ຜູ້​ທີ່​ບໍ່​ຍອມ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ນ້ອງ​ຂອງຕົນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka