Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 4:10 - ພຣະຄຳພີສັກສິ

10 ນອກຈາກນີ້​ອີກ ນາງຣຸດ​ຊາວ​ໂມອາບ​ເມຍ​ໝ້າຍ​ຂອງ​ມາໂລນ ກໍໄດ້​ກາຍເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ. ອັນນີ້​ຈະ​ເປັນ​ການ​ຮັກສາ​ຊັບສິນ​ໄວ້​ໃນ​ຄອບຄົວ​ຂອງ​ຜູ້ຕາຍ ແລະ​ສາຍ​ຄອບຄົວ​ຂອງ​ລາວ​ຈະ​ຍັງ​ມີ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ ແລະ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ລາວ. ມື້ນີ້ ພວກທ່ານ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.”

Uka jalj uñjjattʼäta Copia luraña




ນາງຣຸດ 4:10
19 Jak'a apnaqawi uñst'ayäwi  

ຈົ່ງ​ລໍ​ຖ້າ​ໃຫ້​ງານ​ນີ້​ອາທິດ​ໜຶ່ງ​ຜ່ານ​ພົ້ນ​ກ່ອນ ລູງ​ຈຶ່ງ​ຈະ​ມອບ​ນາງ​ຣາເຊັນ​ໃຫ້​ເຈົ້າ ຖ້າ​ເຈົ້າ​ຈະ​ຕົກລົງ​ເຮັດ​ວຽກ​ໃຫ້​ລູງ​ຕື່ມ​ອີກ​ເຈັດ​ປີ.”


ແຕ່​ໂອນານ​ຮູ້​ວ່າ ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ​ບໍ່ແມ່ນ​ລູກ​ຂອງຕົນ. ດັ່ງນັ້ນ ເມື່ອ​ລາວ​ນອນ​ກັບ​ເມຍ​ຂອງ​ອ້າຍ​ເທື່ອໃດ ລາວ​ກໍ​ເຮັດ​ໃຫ້​ນໍ້າກາມ​ຕົກ​ເຮ່ຍ​ເທື່ອນັ້ນ ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ມີ​ລູກ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຈົດຈຳ​ການບາບ​ຂອງ​ພວກເຂົາ​ຢູ່​ສະເໝີ ແຕ່​ຂໍ​ໃຫ້​ພວກເຂົາ​ເອງ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


ແຕ່​ພຣະເຈົ້າຢາເວ​ຂັດຂວາງ​ຜູ້​ທີ່​ເຮັດ​ຊົ່ວ​ທຸກຄົນ ເມື່ອ​ພວກເຂົາ​ຕາຍໄປ​ກໍ​ຈະ​ຖືກ​ລືມໄລ​ໂລດ.


ຜູ້​ທີ່​ມີ​ເມຍ​ກໍ​ພົບ​ຂອງ​ມີຄ່າ ເປັນ​ການ​ສະແດງ​ວ່າ​ພຣະເຈົ້າຢາເວ​ດີ​ຕໍ່​ຕົນ.


ເງິນຄຳ​ແລະ​ເຮືອນ​ເປັນ​ມໍຣະດົກ​ຕົກທອດ​ມາ​ຈາກ​ບິດາ​ມານດາ, ແຕ່​ວ່າ​ເມຍ​ຜູ້​ຮອບຄອບ​ນັ້ນ ແມ່ນ​ຂອງ​ໂຜດ​ໃຫ້​ມາ​ຈາກ​ພຣະເຈົ້າຢາເວ.


ເຊື້ອສາຍ​ເຈົ້າ​ກໍ​ຈະ​ຫລວງຫລາຍ​ດັ່ງ​ເມັດຊາຍ ເຮົາ​ຈະ​ຮັກສາ​ພວກເຂົາ​ບໍ່​ໃຫ້​ຖືກ​ທຳລາຍ​ຈັກເທື່ອ.”


ຢາໂຄບ ບັນພະບຸລຸດ​ຂອງ​ພວກເຮົາ​ຕ້ອງ​ໜີໄປ​ເມໂຊໂປຕາເມຍ ບ່ອນ​ທີ່​ລາວ​ໄດ້​ເຮັດ​ວຽກ​ໃຫ້​ຊາຍ​ຄົນ​ໜຶ່ງ ຄື​ລ້ຽງ​ແກະ​ໃຫ້​ເຂົາ​ເພື່ອ​ຈະ​ໄດ້​ເມຍ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຈ່າຍ​ເງິນ​ສິບຫ້າ​ຫລຽນ​ກັບ​ເຂົ້າເດືອຍ 150 ກິໂລກຼາມ ເພື່ອ​ຊື້​ເອົາ​ນາງ​ຄືນ​ມາ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ຍອມ​ຮັບ​ເອົາ?” ກໍ​ເພາະ​ພຣະເຈົ້າຢາເວ​ຮູ້ວ່າ​ພວກເຈົ້າ​ໄດ້​ລະເມີດ​ຄຳສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ເມຍ​ຂອງຕົນ​ສະໄໝ​ແຕ່ງງານ​ກັນ​ແຕ່​ຍັງ​ໜຸ່ມ​ຢູ່​ນັ້ນ. ນາງ​ເປັນ​ຄູ່ຄອງ​ຂອງເຈົ້າ ແລະ​ເຈົ້າ​ໄດ້​ລະເມີດ​ຄຳສັນຍາ​ທີ່​ມີ​ໄວ້​ກັບ​ນາງ ເຖິງ​ແມ່ນ​ວ່າ ເຈົ້າ​ໄດ້​ສັນຍາ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ວ່າ ຈະ​ສັດຊື່​ຕໍ່​ນາງ​ກໍດີ.


ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.


ລູກຊາຍ​ຜູ້​ທຳອິດ​ທີ່​ເຂົາ​ໄດ້​ນຳ​ກັນ​ຈະ​ຖື​ວ່າ​ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຕາຍໄປ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ລາວ​ຈະ​ສືບຕໍ່​ມີ​ໃນ​ຊາດ​ອິດສະຣາເອນ.


ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.


ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”


ໂບອາດ​ກ່າວ​ແກ່​ພວກຜູ້ນຳ​ແລະ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ວ່າ, “ມື້ນີ້ ທ່ານ​ທຸກຄົນ​ເປັນ​ພະຍານ​ວ່າ ຂ້າພະເຈົ້າ​ໄດ້​ຊື້​ເອົາ​ທຸກໆ​ສິ່ງ​ຈາກ​ນາງ​ນາໂອມີ ທີ່​ເປັນ​ຂອງ​ເອລີເມເຫຼັກ ແລະ​ຂອງ​ລູກຊາຍ​ຂອງ​ລາວ ຄື​ກີລີໂອນ​ແລະ​ມາໂລນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka