6 ດັ່ງນັ້ນ ນາງຣຸດຈຶ່ງເຂົ້າໄປທີ່ລານຟາດເຂົ້າ ແລະເຮັດຕາມທີ່ຍ່າໄດ້ບອກນັ້ນທຸກຢ່າງ.
ສ່ວນມໍເດໄກກໍໄດ້ແນະນຳນາງເອສະເທີ ໃຫ້ປິດເປັນຄວາມລັບເລື່ອງທີ່ຕົນເປັນຄົນຢິວ.
ຈົ່ງໃຫ້ກຽດພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າກຳລັງຈະມອບໃຫ້ແກ່ເຈົ້າ.
ລູກເອີຍ ຈົ່ງເອົາໃຈໃສ່ຕໍ່ສິ່ງທີ່ພໍ່ແມ່ບອກສອນ.
ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍເປັນມິດສະຫາຍຂອງເຮົາ.
ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.”
ນາງຣຸດຈຶ່ງເວົ້າວ່າ, “ລູກຈະເຮັດທຸກໆສິ່ງຕາມທີ່ແມ່ບອກ.”
ເມື່ອໂບອາດກິນແລະດື່ມແລ້ວ ເພິ່ນກໍມີອາຣົມດີ. ສະນັ້ນ ເພິ່ນຈຶ່ງໄປນອນຢູ່ໃກ້ກອງເຂົ້າເດືອຍ. ນາງຣຸດຄ່ອຍຢ່ອງເຂົ້າໄປຢ່າງມິດໆ, ເປີດຜ້າຫົ່ມຂຶ້ນ ແລະນອນຢູ່ທີ່ຕີນຂອງເພິ່ນ.