5 ນາງຣຸດຈຶ່ງເວົ້າວ່າ, “ລູກຈະເຮັດທຸກໆສິ່ງຕາມທີ່ແມ່ບອກ.”
ຝ່າຍບຸດທັງຫລາຍ ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນໃນອົງພຣະຜູ້ເປັນເຈົ້າ ເພາະເຮັດແນວນັ້ນເປັນການຖືກຕ້ອງ.
ຝ່າຍລູກທັງຫລາຍ ແມ່ນໜ້າທີ່ຂອງພວກເຈົ້າ ໃນຖານະທີ່ເປັນຄຣິສຕຽນ ຕ້ອງນົບນ້ອມເຊື່ອຟັງພໍ່ແມ່ຂອງຕົນຢູ່ສະເໝີ ເພາະການປະພຶດຢ່າງນັ້ນ ເປັນທີ່ພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ.
ແຕ່ຢ່າລືມສັງເກດເບິ່ງບ່ອນທີ່ເພິ່ນເຂົ້າໄປນອນ. ເວລາເພິ່ນນອນຫລັບແລ້ວ ໃຫ້ເຈົ້າເຂົ້າໄປເປີດຜ້າຫົ່ມທີ່ຕີນຂອງເພິ່ນແລະນອນຢູ່ທີ່ນັ້ນ. ເພິ່ນຈະບອກວ່າເຈົ້າຄວນຈະເຮັດຢ່າງໃດໃນຂັ້ນຕໍ່ໄປ.”
ດັ່ງນັ້ນ ນາງຣຸດຈຶ່ງເຂົ້າໄປທີ່ລານຟາດເຂົ້າ ແລະເຮັດຕາມທີ່ຍ່າໄດ້ບອກນັ້ນທຸກຢ່າງ.