17 ແລະເວົ້າຕໍ່ໄປວ່າ, “ເພິ່ນຍັງບອກລູກວ່າລູກບໍ່ຄວນກັບມາຫາແມ່ມືເປົ່າ; ສະນັ້ນ ເພິ່ນຈຶ່ງເອົາເຂົ້າທັງໝົດນີ້ໃຫ້ລູກ.”
ເມື່ອນາງຮອດເຮືອນ ແມ່ຍ່າຈຶ່ງຖາມວ່າ, “ລູກເອີຍ ເປັນຢ່າງໃດ?” ນາງຣຸດບອກຍ່າທຸກສິ່ງ ຕາມທີ່ໂບອາດໄດ້ກະທໍາສຳລັບນາງ
ນາງນາໂອມີເວົ້າກັບນາງຣຸດວ່າ, “ບັດນີ້ຣຸດເອີຍ ຈົ່ງອົດທົນເບິ່ງຈົນກວ່າລູກຈະຮູ້ວ່າ ເລື່ອງນີ້ຈະເປັນໄປຢ່າງໃດ? ມື້ນີ້ ໂບອາດຈະຢູ່ຢ່າງບໍ່ສະບາຍໃຈ ຈົນກວ່າລາວຈະຈັດການກັບເລື່ອງນີ້ໃຫ້ຮຽບຮ້ອຍສາກ່ອນ.”