Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 3:13 - ພຣະຄຳພີສັກສິ

13 ຄືນນີ້ ຈົ່ງ​ນອນ​ຢູ່​ບ່ອນ​ນີ້​ແຫຼະ ແລະ​ໃນ​ມື້ອື່ນ​ເຊົ້າ ພວກເຮົາ​ຈະ​ຕ້ອງ​ຖາມ​ລາວ​ເບິ່ງ​ວ່າ ລາວ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ​ຫລື​ບໍ່? ຖ້າ​ລາວ​ຮັບ​ກໍ​ເປັນ​ການ​ດີຫລາຍ; ຖ້າ​ລາວ​ບໍ່​ຮັບ ຂ້ອຍ​ຂໍ​ສາບານ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບຜິດຊອບ​ໃນ​ເລື່ອງນີ້. ຈົ່ງ​ນອນ​ສາ ແລະ​ຢູ່​ທີ່​ນີ້​ຈົນເຖິງ​ມື້ອື່ນ​ເຊົ້າ.”

Uka jalj uñjjattʼäta Copia luraña




ນາງຣຸດ 3:13
11 Jak'a apnaqawi uñst'ayäwi  

ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ​ພວກເຈົ້າ​ໄວ້​ກ່ອນ.


ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.


ກີເດໂອນ​ກ່າວ​ວ່າ, “ພວກເຂົາ​ເປັນ​ອ້າຍ​ນ້ອງ​ທີ່​ເກີດ​ຈາກ​ແມ່​ດຽວກັນ​ກັບ​ຂ້ອຍ. ພຣະເຈົ້າຢາເວ​ຊົງ​ມີ​ຊີວິດ​ຢູ່​ສັນໃດ ຖ້າ​ພວກເຈົ້າ​ບໍ່ໄດ້​ຂ້າ​ພວກເຂົາ ຂ້ອຍ​ກໍ​ຈະ​ບໍ່​ຂ້າ​ພວກເຈົ້າ​ສັນນັ້ນ.”


ນາງ​ນາໂອມີ​ຈຶ່ງ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ໂບອາດ​ເທີ້ນ ດ້ວຍວ່າ, ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ມີ​ໄວ້​ກັບ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ທັງ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ດ້ວຍ.” ນາງ​ນາໂອມີ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ກັບ​ພວກເຮົາ ເປັນ​ຜູ້ໜຶ່ງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ພວກເຮົາ.”


ເປັນ​ຄວາມຈິງ​ແທ້ ທີ່​ຂ້ອຍ​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເຈົ້າ ແລະ ທັງ​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ. ແຕ່​ຍັງ​ມີ​ຊາຍ​ຢູ່​ອີກ​ຄົນໜຶ່ງ ທີ່​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ກັບ​ເຈົ້າ​ຫລາຍກວ່າ​ຂ້ອຍ.


ໂບອາດ​ເວົ້າ​ວ່າ, “ດີ​ແລ້ວ ຖ້າ​ເຈົ້າ​ຈະ​ຊື້​ທົ່ງນາ​ຈາກ​ນາງ​ນາໂອມີ ເຈົ້າ​ຕ້ອງ​ຊື້​ເອົາ​ນາງຣຸດ ຜູ້​ທີ່​ເປັນ​ສາວ​ໝ້າຍ​ຊາວ​ໂມອາບ​ດ້ວຍ ເພື່ອ​ວ່າ​ນາ​ທົ່ງນີ້​ຈະ​ມີ​ຢູ່​ຕໍ່ໄປ​ນຳ​ຄອບຄົວ​ຂອງ​ຊາຍ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ.”


ຊາຍ​ຄົນ​ນັ້ນ​ຈຶ່ງ​ຕອບ​ວ່າ, “ໃນ​ກໍລະນີ​ເຊັ່ນນີ້ ຂ້ອຍ​ຂໍ​ສະຫລະ​ສິດ​ທີ່​ຈະ​ຊື້​ນາ​ທົ່ງ​ນັ້ນ ເພາະ​ເຮັດ​ໃຫ້​ພວກ​ລູກ​ຂອງຂ້ອຍ​ບໍ່ໄດ້​ຮັບ​ສ່ວນ​ນຳ. ໃຫ້​ເຈົ້າ​ຊື້​ເອົາ​ສາ ຂ້ອຍ​ບໍ່​ຊື້​ດອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka