Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 3:1 - ພຣະຄຳພີສັກສິ

1 ຕໍ່ມາ ນາງ​ນາໂອມີ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ແມ່​ຕ້ອງ​ຊອກຫາ​ຜົວ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ຄອບຄົວ​ເປັນ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña




ນາງຣຸດ 3:1
10 Jak'a apnaqawi uñst'ayäwi  

ແຕ່​ຢ່າ​ລືມ​ຂ້ານ້ອຍ​ເດີ ເມື່ອ​ທຸກສິ່ງ​ຮຽບຮ້ອຍ​ໄປ​ດ້ວຍ​ດີ​ແລ້ວ. ຂໍ​ທ່ານ​ກະລຸນາ​ບອກ​ເລື່ອງ​ຂອງ​ຂ້ານ້ອຍ​ໃຫ້​ກະສັດ​ຮັບຮູ້​ນຳ​ແດ່ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ອອກ​ຈາກ​ຄຸກ​ນີ້​ດ້ວຍ.


ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.


ຖ້າ​ຊາຍ​ໃດ ມີ​ຄູ່ໝັ້ນ​ເປັນ​ສາວ​ບໍຣິສຸດ ແລະ​ຮູ້ສຶກ​ວ່າ​ຕົນ​ຈະ​ປະຕິບັດ​ຕໍ່​ຄູ່ໝັ້ນ​ຢ່າງ​ສົມຄວນ​ບໍ່ໄດ້​ແລ້ວ ຖ້າ​ມີ​ຄວາມຮັກ​ຮ້ອນແຮງ ຈຶ່ງ​ຕ້ອງ​ເຮັດ​ຢ່າງ​ໃດ​ຢ່າງ​ໜຶ່ງ ກໍ​ໃຫ້​ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ ຄື​ໃຫ້​ພວກເຂົາ​ແຕ່ງງານ​ເສຍ ບໍ່ມີ​ຄວາມຜິດ​ອັນ​ໃດ.


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”


ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.


ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.


ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄດ້​ແຕ່ງງານ​ໃໝ່ ແລະ​ມີ​ຄອບຄົວ​ອີກ​ເຖີດ.” ແລ້ວ​ນາງ​ນາໂອມີ​ກໍ​ຈູບ​ສັ່ງລາ​ພວກເຂົາ, ແຕ່​ລູກໃພ້​ທັງສອງ​ເລີ່ມ​ຮ້ອງໄຫ້​ຂຶ້ນ


ດັ່ງນັ້ນ ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ໂບອາດ ຈົນກວ່າ​ພວກເຂົາ​ກ່ຽວເຂົ້າ​ແລ້ວ ແລະ​ນາງຣຸດ​ກໍ​ຍັງ​ສືບຕໍ່​ອາໄສ​ຢູ່​ນຳ​ແມ່ຍ່າ​ຂອງຕົນ.


ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ​ໂບອາດ​ຜູ້​ທີ່​ເຈົ້າ​ໄປ​ເກັບ​ເອົາ​ຮວງເຂົ້າ ຕົກ​ເຮ່ຍ​ນຳ​ພວກ​ຄົນງານ​ຜູ້ຍິງ​ຂອງ​ເພິ່ນ​ນັ້ນ​ເປັນ​ພີ່ນ້ອງ​ຂອງເຮົາ. ບັດນີ້ ໃຫ້​ເຈົ້າ​ຟັງ​ແມ່​ໃຫ້​ດີ ແລງ​ມື້ນີ້​ໂບອາດ​ຈະ​ໄປ​ຟາດເຂົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka