Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:9 - ພຣະຄຳພີສັກສິ

9 ຈົ່ງ​ຊອມ​ເບິ່ງ​ວ່າ​ພວກເຂົາ​ກ່ຽວເຂົ້າ​ຢູ່​ບ່ອນໃດ ແລະ​ໃຫ້​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ. ຂ້ອຍ​ໄດ້​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ ບໍ່​ໃຫ້​ພວກເຂົາ​ຂົ່ມເຫັງ​ເຈົ້າ. ຖ້າ​ເຈົ້າ​ຫິວນໍ້າ ໃຫ້​ໄປ​ດື່ມ​ຈາກ​ໄຫ​ທີ່​ເຂົາ​ຕັກ​ນໍ້າ​ມາ​ໄວ້​ແລ້ວ​ນັ້ນ.”

Uka jalj uñjjattʼäta Copia luraña




ນາງຣຸດ 2:9
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ຕອບ​ເພິ່ນ​ທາງ​ຄວາມຝັນ​ວ່າ, “ຖືກຕ້ອງ ເຮົາ​ຮູ້​ດີ​ວ່າ​ເຈົ້າ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມ​ບໍຣິສຸດ​ໃຈ. ສະນັ້ນ ເຮົາ​ຈຶ່ງ​ປ້ອງກັນ​ເຈົ້າ​ໄວ້​ບໍ່​ໃຫ້​ເຮັດ​ຜິດ​ຕໍ່​ເຮົາ ແລະ​ບໍ່​ໃຫ້​ເຈົ້າ​ໄດ້​ແຕະຕ້ອງ​ນາງ.


ພວກເຈົ້າ​ເປັນ​ເພື່ອນ​ຂ້ອຍ ສົງສານ​ຂ້ອຍ​ແດ່ແມ ມື​ພຣະເຈົ້າ​ທຸບຕີ​ຂ້ອຍ ໃຫ້​ລົ້ມລົງ​ສາ​ແລ້ວ.


“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ຜູ້​ທີ່​ນອນ​ນຳ​ເມຍ​ຂອງ​ຊາຍ​ອື່ນ​ກໍ​ເປັນ​ອັນຕະລາຍ. ດັ່ງນີ້ແຫລະ ຜູ້ໃດ​ກໍຕາມ​ທີ່​ເຮັດ​ດັ່ງນີ້ ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”


ເລື່ອງ​ທີ່​ພວກເຈົ້າ​ໄດ້​ຂຽນ​ຈົດໝາຍ​ມາ​ນັ້ນ ຂໍ​ຕອບ​ວ່າ, ການ​ທີ່​ຜູ້ຊາຍ​ບໍ່​ແຕະຕ້ອງ​ກັບ​ແມ່ຍິງ​ນັ້ນ ກໍ​ເປັນ​ການ​ດີ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ຄົນ​ທີ່​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ, ແຕ່​ພຣະອົງ​ຜູ້​ຊົງ​ບັງເກີດ​ແຕ່​ພຣະເຈົ້າ ກໍ​ຊົງ​ຮັກສາ​ຄົນ​ນັ້ນ ແລະ​ມານຊົ່ວຮ້າຍ​ບໍ່​ສາມາດ​ຈັບ​ຕ້ອງ​ຄົນ​ນັ້ນ​ໄດ້.


ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”


ແລ້ວ​ໂບອາດ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ຂ້ອຍ​ຂໍ​ແນະນຳ​ເຈົ້າ​ບາງ​ຢ່າງ. ຢ່າສູ່ໄປ​ເກັບ​ເອົາ​ຮວງເຂົ້າ​ຢູ່​ບ່ອນ​ອື່ນ ໃຫ້​ເຈົ້າ​ເຮັດ​ວຽກ​ກັບ​ພວກຜູ້ຍິງ​ຢູ່​ທີ່​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka