Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:7 - ພຣະຄຳພີສັກສິ

7 ນາງ​ຂໍ​ອະນຸຍາດ​ນຳ​ຂ້ານ້ອຍ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ​ຕາມ​ຫລັງ​ຄົນງານ. ນາງ​ມາ​ເກັບ​ແຕ່​ເຊົ້າ ແລະ​ຫາ​ກໍ​ນັ່ງ​ພັກ​ເຊົາ​ໜ້ອຍໜຶ່ງ​ຢູ່​ໃຕ້​ຮົ່ມ​ໄມ້​ນັ້ນ.”

Uka jalj uñjjattʼäta Copia luraña




ນາງຣຸດ 2:7
14 Jak'a apnaqawi uñst'ayäwi  

ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.


ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ຮຽນຮູ້​ໃນ​ຕົວ, ຄົນ​ທີ່​ຖ່ອມຕົວ​ລົງ​ກໍໄດ້​ຮັບ​ກຽດ.


ຄົນ​ທຸກຈົນ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນຮັ່ງມີ​ຕອບຄືນ​ມາ​ຢ່າງ​ຫຍາບຊ້າ.


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


“ຜູ້ໃດ​ຍາກຈົນ​ຝ່າຍ​ຈິດວິນຍານ​ກໍ​ເປັນ​ສຸກ, ເພາະວ່າ​ອານາຈັກ​ສະຫວັນ ເປັນ​ຂອງ​ຜູ້ນັ້ນ


ຈົ່ງ​ເຮັດ​ວຽກ​ຢ່າງ​ເຕັມ​ກຳລັງ ແລະ​ຢ່າ​ກຽດຄ້ານ ຈົ່ງ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ຈິດໃຈ​ຮ້ອນຮົນ​ດ້ວຍ​ພຣະວິນຍານ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ເນື່ອງ​ດ້ວຍ​ພວກເຈົ້າ​ມີ​ຄວາມ​ຢຳເກງ​ພຣະຄຣິດ ຈົ່ງ​ຍອມ​ຟັງ​ຊຶ່ງກັນແລະກັນ.


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


ແລ້ວ​ນາງຣຸດ​ຊາວ​ໂມອາບ​ກໍ​ເວົ້າ​ວ່າ, “ນອກຈາກນີ້​ເພິ່ນ​ຍັງ​ບອກ​ໃຫ້​ລູກ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ເພິ່ນ ຈົນ​ພວກເຂົາ​ກ່ຽວເຂົ້າ​ແລ້ວ.”


ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.


ແລ້ວ​ໂບອາດ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ຂ້ອຍ​ຂໍ​ແນະນຳ​ເຈົ້າ​ບາງ​ຢ່າງ. ຢ່າສູ່ໄປ​ເກັບ​ເອົາ​ຮວງເຂົ້າ​ຢູ່​ບ່ອນ​ອື່ນ ໃຫ້​ເຈົ້າ​ເຮັດ​ວຽກ​ກັບ​ພວກຜູ້ຍິງ​ຢູ່​ທີ່​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka