6 ຫົວໜ້າຄົນງານຕອບວ່າ, “ເປັນຍິງສາວຈາກໂມອາບທີ່ໄດ້ຄືນມາກັບນາງນາໂອມີ.
ແຕ່ອັບຣາມໄດ້ຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງຢາກໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍບໍ່ມີລູກ? ຜູ້ທີ່ຈະສືບມໍຣະດົກແທນຂ້ານ້ອຍກໍແມ່ນເອລີເອເຊ ຊາວດາມັສກັດ.
ເພິ່ນເວົ້າກັບຄົນຮັບໃຊ້ຜູ້ອາວຸໂສ ທີ່ຮັບຜິດຊອບຊັບສົມບັດທັງໝົດຂອງຕົນວ່າ, “ຈົ່ງວາງມືໃສ່ວ່າງຂາຂອງຂ້ອຍ ແລະສາບານສາ.
ໂປຕີຟາພໍໃຈກັບວຽກງານທີ່ໂຢເຊັບໄດ້ເຮັດ ແລະແຕ່ງຕັ້ງລາວໃຫ້ເປັນຄົນຮັບໃຊ້ປະຈຳຕົນ; ສະນັ້ນ ເພິ່ນຈຶ່ງມອບທຸກໆສິ່ງທີ່ເພິ່ນມີ ໃຫ້ໂຢເຊັບເປັນຜູ້ເບິ່ງແຍງແລະຮັບຜິດຊອບແທນຕົນ.
ເມື່ອຮອດຕອນແລງມາ ເຈົ້າຂອງສວນອະງຸ່ນກໍບອກຜູ້ຈັດການຂອງຕົນວ່າ, ‘ຈົ່ງເອີ້ນຄົນງານມາ ແລະຈ່າຍຄ່າແຮງງານໃຫ້ພວກເຂົາ ໂດຍເລີ່ມຕັ້ງແຕ່ຜູ້ຮັບຈ້າງຜູ້ທີ່ມາຫລ້າສຸດ ຈົນເຖິງຄົນຮັບຈ້າງຜູ້ມາທຳອິດ.’
“ເຫດສະນັ້ນ ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ສັດຊື່ແລະສະຫລາດ? ກໍແມ່ນຜູ້ທີ່ນາຍຂອງຕົນມອບໃຫ້ຮັບຜິດຊອບຄົນຮັບໃຊ້ຜູ້ອື່ນໆ ເພື່ອແຈກອາຫານໃຫ້ພວກເຂົາຕາມເວລາ.
ແຕ່ນາງຣຸດຕອບວ່າ, “ຂໍຢ່າໃຫ້ລູກຕ້ອງຈາກແມ່ໄປເລີຍ ໃຫ້ລູກໄປກັບແມ່ເຖີດ. ແມ່ໄປທີ່ໃດລູກກໍຈະໄປທີ່ນັ້ນ; ແມ່ຢູ່ບ່ອນໃດລູກກໍຈະຢູ່ບ່ອນນັ້ນ. ຄົນຂອງແມ່ກໍຈະເປັນຄົນຂອງລູກ; ພຣະເຈົ້າຂອງແມ່ກໍຈະເປັນພຣະເຈົ້າຂອງລູກ.
ແລ້ວທັງສອງກໍເດີນທາງຕໍ່ໄປຮອດເມືອງເບັດເລເຮັມ. ເມື່ອເດີນທາງມາເຖິງ ຄົນທັງເມືອງກໍຕື່ນເຕັ້ນ ແລະພວກຜູ້ຍິງໃນທີ່ນັ້ນທ້ວງວ່າ, “ແມ່ນນາໂອມີແທ້ບໍ?”
ດັ່ງນັ້ນ ນາໂອມີຈຶ່ງກັບມາຈາກດິນແດນໂມອາບກັບນາງຣຸດຊາວໂມອາບຜູ້ທີ່ເປັນລູກໃພ້. ເມື່ອທັງສອງມາຮອດເມືອງເບັດເລເຮັມນັ້ນ ກໍພໍດີຖືກກັບຕົ້ນລະດູເກັບກ່ຽວເຂົ້າເດືອຍ.
ໂບອາດຖາມຫົວໜ້າຄົນງານວ່າ, “ຍິງສາວຜູ້ນັ້ນແມ່ນໃຜ?”
ນາງຂໍອະນຸຍາດນຳຂ້ານ້ອຍ ເພື່ອເກັບເອົາຮວງເຂົ້າທີ່ຕົກເຮ່ຍຕາມຫລັງຄົນງານ. ນາງມາເກັບແຕ່ເຊົ້າ ແລະຫາກໍນັ່ງພັກເຊົາໜ້ອຍໜຶ່ງຢູ່ໃຕ້ຮົ່ມໄມ້ນັ້ນ.”