ນາງຣຸດ 2:4 - ພຣະຄຳພີສັກສິ4 ເວລາຕໍ່ມາ ໂບອາດເອງໄດ້ມາຈາກເມືອງເບັດເລເຮັມ ເພື່ອຖາມຄວາມສຸກທຸກຂອງຄົນງານ. ເພິ່ນເວົ້າວ່າ, “ຂໍພຣະເຈົ້າຢາເວສະຖິດຢູ່ນຳພວກເຈົ້າເທີ້ນ.” ພວກເຂົາຕອບວ່າ, “ຂໍພຣະເຈົ້າຢາເວອວຍພອນທ່ານເຖີດ.” Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’
ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້.
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”