Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ນາງຣຸດ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ ແລະ​ຍ່າງ​ຕາມ​ຫລັງ​ຂອງ​ພວກ​ທີ່​ກ່ຽວເຂົ້າ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ. ຢູ່ໃນ​ນາ​ທີ່​ນາງຣຸດ​ເກັບ​ຮວງເຂົ້າ​ຢູ່​ນັ້ນ ເປັນ​ນາ​ຂອງ​ໂບອາດ​ຜູ້​ເປັນ​ພີ່ນ້ອງ​ຂອງ​ເອລີເມເຫຼັກ.

Uka jalj uñjjattʼäta Copia luraña




ນາງຣຸດ 2:3
10 Jak'a apnaqawi uñst'ayäwi  

ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ຂະນະທີ່​ເກຮາຊິ​ກຳລັງ​ບອກ​ກະສັດ​ວ່າ, ເອລີຊາ​ໄດ້​ເຮັດ​ໃຫ້​ຄົນຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ຢ່າງໃດ​ນັ້ນ ນາງ​ກໍ​ເຂົ້າ​ມາ​ຫາ​ກະສັດ. ເກຮາຊິ​ຈຶ່ງ​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ນີ້ເດ​ຄື​ຍິງ​ຜູ້ນັ້ນ ແລະ​ຜູ້ນີ້​ແມ່ນ​ລູກຊາຍ​ຂອງ​ນາງ ທີ່​ເອລີຊາ​ໄດ້​ເຮັດ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ.”


ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາຄາ​ອັດ​ໜຶ່ງ​ບໍ່ແມ່ນ​ບໍ? ແມ່ນແຕ່​ນົກ​ຈອກ​ໂຕ​ດຽວ​ຈະ​ຕົກລົງ​ດິນ​ກໍ​ບໍ່ໄດ້ ຖ້າ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ.


ຍັງ​ມີ​ປະໂຣຫິດ​ຄົນ​ໜຶ່ງ ໄດ້​ລົງ​ໄປ​ຕາມ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນີ້​ແລ້ວ​ກໍ​ຍ່າງ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ.


ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka